ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມທະນາຄານພົງສະຫວັນ ຈຳກັດ ມອບເຄື່ອງໃຫ້ກະຊວງ ປກສ ມູນຄ່າ 500 ລ້ານກີບ

Oct 6, 2024

ວັນທີ 6 ຕຸລາ 2024, ທີ່ກະຊວງ ປກສ ກຸ່ມທະນາຄານພົງສະຫວັນ ຈໍາກັດ ໄດ້ນຳເອົາເຄື່ອງມາມອບໃຫ້ ກະຊວງ ປກສ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ກ່າວມອບໂດຍ ທ່ານ ສີວິໄລ ພົມມະຈັກ ຜູ້ອຳນວຍການໃຫຍ່ ທະນາຄານພົງສະຫວັນ ຈໍາກັດ ພ້ອມຄະນະ, ກ່າວຮັບໂດຍ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ.
ທ່ານ ສີວິໄລ ພົມມະຈັກ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີນໍ້າດື່ມ ຈຳນວນ 1.000 ແພັກ, ຄັນຮົ່ມ 500 ຄັນ. ນອກນັ້ນ, ຍັງມີກາເຟ, ເຄື່ອງດື່ມ ແລະ ເຂົ້າໜົມ ລວມມູນຄ່າ 500 ລ້ານກີບ, ຈຸດປະສົງ ເພື່ອຊຸກຍູ້, ຊ່ວຍເຫຼືອບັນດາເຈົ້າໜ້າທີ່ທີ່ເຮັດໜ້າທີ່ປ້ອງກັນຢູ່ຈຸດຕ່າງໆ ພາຍໃນນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ພົຕ ສົມວັນ ສາຍລ້ອງພາ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະນໍາກະຊວງ ກໍຄື ກຳລັງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຂອບໃຈ ມາຍັງກຸ່ມບໍລິສັດພົງສະຫວັນ ຈໍາກັດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ, ເຊິ່ງເຄື່ອງຈໍານວນດັ່ງກ່າວ ຈະໄດ້ນຳໄປແຈກຍາຍໃຫ້ກົມກອງວິຊາສະເພາະໃຫ້ທົ່ວເຖິງ.
ພ້ອມນີ້, ທ່ານຍັງໄດ້ກ່າວອວຍພອນໄຊອັນປະເສີດມາຍັງປະທານ-ຮອງປະທານ, ພະນັກງານພາຍໃນກຸ່ມບໍລິສັດພົງສະຫວັນ ຈໍາກັດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ພັດທະນາກຸ່ມບໍລິສັດພົງສະຫວັນ ຈໍາກັດ ໃຫ້ຈະເລີນຮຸ່ງເຮືອງ ແລະ ພ້ອມກັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ໃຫ້ມີຄວາມສະຫງົບ ແລະ ປອດໄພ.
ທີ່ມາ: ຄວາມສະຫງົບ