ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມບໍລິສັດ ດອກງິ້ວຄຳ ຊ່ວຍເຫລືອໄພນໍ້າຖ້ວມ 6,8 ຕື້ກີບ

Sep 12, 2024

ຕອນບ່າຍວັນທີ 11 ກັນຍາ 2024 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫວັງເອີເປົາ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໄດ້ມອບເງິນຊ່ວຍເຫລືອ ໄພນໍ້າຖ້ວມ ເພື່ອປະກອບສ່ວນບັນເທົາທຸກ ແກ້ໄຂໄພພິບັດທໍາມະຊາດ ມູນຄ່າ 6,8 ຕື້ກີບ, ຕາງໜ້າລັດຖະບານ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ທີ່ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫລືອ ຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້, ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ແຕ່ການຊ່ວຍເຫລືອດັ່ງກ່າວ, ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ, ພ້ອມນີ້ ຍັງເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ທ່ານ ຍັງໄດ້ສະແດງຄວາມຢືນຢັນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວ, ນຳໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ.