ໃນໄລຍະການສະເຫລີມສະຫລອງ ບຸນປີໃໝ່ລາວ ພສ, ບໍລິສັດທາງລົດຈີນທີ 15 ໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ຕິດຕາມກວດກາ ເພື່ອເຮັດໃຫ້ການແລ່ນຂອງທາງລົດໄຟລາວ-ຈີນ ໄດ້ດຳເນີນໄປຢ່າງຄ່ອງແຄ້ວ ໂດຍສະເພາະໃນຈຸດທີ່ບໍລິສັດຮັບຜິດຊອບການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນທຸກການເດີນທາງດ້ວຍຂະບວນລົດໄຟ ໂດຍໄດ້ສຸມໃສ່ການຄວບຄຸມຄວາມເສຍຫາຍທາງນ້ຳ ຂອງຂົວຂ້າມນ້ຳຄານ-ນໍ້າຂອງ ແຂວງຫລວງພະບາງ ພ້ອມທັງຕິດຕາມສະພາບອາກາດ ຕະຫລອດ 24 ຊົ່ວໂມງ.
ໃນລະຫວ່າງວັນທີ 1 ເມສາ ຫາວັນທີ 30 ກັນຍາ 2024 ນີ້, ແມ່ນໄລຍະຄວບຄຸມໄພນ້ຳຖ້ວມຂອງເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນຄວາມທ້າທາຍອັນໃຫຍ່ຫລວງຕໍ່ວຽກງານຄວາມປອດໄພ ເພື່ອຮັບປະກັນການເຄື່ອນໄຫວຂອງທາງລົດໄຟລາວ-ຈີນ ດຳເນີນໄປຢ່າງປອດໄພ. ໂຄງການທາງລົດໄຟຊ່ວງ ບໍເຕ່ນ-ນະຄອນຫລວງວຽງຈັນ ຂອງບໍລິສັດທາງລົດໄຟຈີນທີ 15 ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການຂົນສົ່ງວັດຖຸອຸປະກອນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ລວມທັງວຽກງານຊ່ວຍເຫລືອການກໍ່ສ້າງ-ກູ້ໄພສຸກເສີນ. ພ້ອມທັງໄດ້ສໍາຫລວດການເຊາະເຈື່ອນ ແລະ ວາງແຜນການປ້ອງກັນກ່ອນລະດູຝົນ ເຊິ່ງອາດຈະເກີດມີນໍ້າຖ້ວມ ຢູ່ບ່ອນກໍ່ສ້າງຂົວຂ້າມນ້ຳຄານ-ນໍ້າຂອງ ແຂວງຫລວງພະບາງ ແລະ ຈຸດອື່ນໆ.
ບໍລິສັດທາງລົດຈີນທີ 15 ຮັບການປະຕິບັດຢ່າງຮອບດ້ານໃນການກໍ່ສ້າງເສົາຫີນ, ຂາງເຫລັກ ແລະ ການຂຸດເຈາະ. ປັດຈຸບັນ, ໄດ້ສຳເລັດການຂຸດເຈາະນ້ຳບາດານ 9.600 ແມັດກ້ອນ, ເບື້ອງຕົ້ນຈຸດຮາກຖານ ແລະ ຕອກເຫລັກໄດ້ 70 ເສົາ, ເຈາະເຫລັກໄດ້ 110 ແທ່ງ, ກໍ່ສ້າງເສົາຫີນ 80 ແມັດ ສຳເລັດແລ້ວ.
ທ່ານ Guo Jianing ພະນັກງານທີ່ພົວພັນກັບການກໍ່ສ້າງ ໄດ້ກ່າວວ່າ: ປັດຈຸບັນ, ພວກເຮົາແມ່ນຢູ່ໃນໄລຍະທີ່ສໍາຄັນຂອງການຄວບຄຸມ, ປ້ອງກັນນໍ້າຖ້ວມ ແລະ ພວກເຮົາຕ້ອງເຝົ້າລະວັງຢູ່ບ່ອນເກີດເຫດ ເພື່ອປົກປ້ອງການດໍາເນີນງານທີ່ເປັນລະບຽບຮຽບຮ້ອຍຂອງທາງລົດໄຟ ແລະ ປົກປັກຮັກສາ ເສັ້ນທາງແຫ່ງສັນຕິພາບນີ້.
ທີ່ມາ: ຂປລ.




