ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມບໍລິສັດ ລາວໂທລະຄົມ ຮ່ວມມືກັບ ບໍລິສັດ ຈັສມິນ ອິນເຕີເນຊັນນໍ ຈຳກັດ ມະຫາຊົນ ຫຼື (JAS) ເປີດຖ່າຍທອດສົດ ບານເຕະ ພຣີເມຍລີກອັງກິດຜ່ານ ແອັບ Monomax ໃນ ສປປ ລາວ ຢ່າງເປັນທາງການ

Aug 11, 2025

ຕອນເເລງ ວັນທີ 10 ສິງຫາ 2025 ທີ່ ສວນອາຊຽນ ປະຕູໄຊ ກຸ່ມບໍລິສັດ ລາວ ໂທລະຄົມ ຮ່ວມມືກັບ ບໍລິສັດ JAS ຖ່າຍທອດສົດບານເຕະພຣີເມຍລີກຜ່ານ ເເອັບພລິເຄຊັນ Monomax ໃນ ສປປ ລາວ ຢ່າງເປັນທາງການ ພ້ອມແພັກເກັດ ແບບລາຍເດືອນ,ປີ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ເເລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ດຣ ໂສຣັຊ ອັດສະວະປະພາ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ຈັສມິນ ອິນເຕີເນຊັນນໍ ຈຳກັດ (ມະຫາຊົນ) ຫຼື JAS, ທ່ານ ນາງ ຫະໄທທີບ ຫມັດຈຸ້ຍ ຜູ້ອຳນວຍການທຸລະກິດເບິ່ງໜັງອອນລາຍ ບໍລິສັດ ໂມໂນແມັກ ຈຳກັດ (ມະຫາຊົນ) ຫຼື MONO, ພ້ອມດ້ວຍ ຫົວໜ້າກົມກິລາ ລະດັບສູງ, ຫົວໜ້າກົມສື່ມວນຊົນ, ຫ້ອງການກະຊວງ ເຕັກໂນໂລຊີ ເເລະ ການສື່ສານ ແລະ ຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ບັນດາສື່ມວນຊົນ ແລະ ບັນດາກອງເຊຍບານເຕະ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.
May be an image of ‎5 people and ‎text that says '‎បីព สะเพาะลูกด้า ี m 비동의 m 1RED0 D مر ONLY ON Kamax Premior Hp CHEER‎'‎‎ May be an image of 3 people
ກຸ່ມບໍລິສັດ ລາວ ໂທລະຄົມ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນໍາເອົາລິຂະສິດການຖ່າຍທອດສົດບານເຕະພຣີເມຍລີກຖືກຕ້ອງ, ທັນສະໄໝ ຜ່ານ ເເອັບພລິເຄຊັນ ໃຫ້ບໍລິການສັງຄົມ ເພີ່ມຄວາມສະດວກສະບາຍ ໃນປັດຈຸບັນໄດ້ກໍານົດ ການໃຫ້ບໍລິການເບິ່ງບານເຕະ ເທິງແອັບພລິເຄຊັນ Monomax ໃຫ້ປະຊາຊົນລາວໃຊ້ງານ ໂດຍມີແພັກເກັດແບບລາຍເດືອນ ລາຄາ 99,500 ກີບ ແລະ ເເບບລາຍປີ 999,500 ກີບ ສະໝັກໄດ້ສະເພາະລູກຄ້າ ລາວ ໂທລະຄົມ (ຫຼັກ5) ເເລະ ທີພລັດ (ຫຼັກ7) ພ້ອມການຍົກລະດັບປະສົບການຮັບຊົມບານເຕະລະດັບໂລກ ໃຫ້ເຂົ້າເຖິງກຸ່ມຜູ້ທີ່ມັກຮັກກິລາບານເຕະ ໄດ້ຢ່າງຄຸ້ມຄ່າຫຼາຍທີ່ສຸດ, ໃນໂອກາດວັນສໍາຄັນດັ່ງກ່າວ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຂຶ້ນກ່າວຈຸດປະສົງຂອງການເປີດໃຫ້ບໍລິການ ຖ່າຍທອດສົດ ບານເຕະພຣີເມຍລີກອັງກິດ ແລະ ໃຫ້ກຽດໃນການ ປ່ອຍບານເພື່ອເປີດພິທີຢ່າງເປັນທາງການ ໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ແລະ ດຣ ໂສຣັຊ ອັດສະວະປະພາ, ຊຶ່ງພາຍໃນງານມີ ກິດຈະກໍາຫລາກຫລາຍໃຫ້ລູກຄ້າໄດ້ສຳພັດຮ່ວມມ່ວນຊື່ນ, ມິນິຄອນເສີດ ແລະ ເບິ່ງບານເຕະ Community Shield ລະຫວ່າງ Liverpool VS Crystal Palace ນັດທຳອິດກ່ອນເປີດລະດູການ Premier League ປີ 2025-2026.
May be an image of 10 people, people playing soccer and text that says 'Premier League NOMAX Лb_Л แซบ โฮเมยติม LAU ILLLCOM ጠ mmyX nty TFUS MONOMAX S OFFICIAL DISTRIBUTION CHANNEL IN LAOS Cmirates FIFBETIER 寿 ॐ LAOS FdE 우 LAOS Snapdragen' May be an image of ‎2 people, speaker, crowd and ‎text that says '‎မိ ARSERAL ARSENA VILA שעת‎'‎‎
ກຸ່ມບໍລິສັດ ລາວ ໂທລະຄົມ ຍັງສືບຕໍ່ມຸ່ງໝັ້ນໃນການພັດທະນາ ນໍາເອົາປະສົບການທີ່ເໜືອກວ່າ ແລະ ບໍລິການໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ໃຫ້ມີຄວາມທັນສະໄໝໃນຍຸກດິຈິຕອນ ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ: ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ, ພວກເຮົາຄືຄອບຄົວດຽວກັນ We are Family.
ສ່ວນຜົນການແຂ່ງຂັນໃນນັດນີ້ ລີເວີພູຍິງຂຶ້ນນຳກ່ອນເຖິງສອງຄັ້ງ ແຕ່ຖືກ ຄຣິສຕັນ ພາເລດ ໄລ່ຕີສະເໝີໄດ້ທັງສອງຄັ້ງ ຈົບ 90’ ນາທີ ສະເໝີກັນ 2-2 ຕ້ອງມາເຕະຈຸດໂທດເປນັນຕີຕັດສິນ ແລະ ເປັນ ພາເລດ ຍິງເຂົ້າໄດ້ຫລາຍກວ່າ ຊະນະສ້າງປະຫວັດສາດໄດ້ແຊ້ມ ເອັຟເອ ຄອມມູນີຕີ້ຊິວ ຄັ້ງທຳອິດ.
May be an image of 10 people and text
May be an image of 8 people, crowd and text May be an image of 4 people, people playing soccer, people playing football and text that says 'm0 4eTBa NET88 に Di 26'