ໃນວັນທີ 4 ກຸມພາ ນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມມະຫາຊົນພ້ອມດ້ວຍຄະນະອໍານວຍການ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ລາວ ໂທລະຄົມ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄະນະສະຫະພັນກິລາແຫ່ງຊາດ ແລະ ທີມນັກກິລາທີມຊາດລາວເຂົ້າຮ່ວມ.

ໃນການແຂ່ງຂັນຊີເກມ ຄັ້ງທີ 33 ນີ້, ທີມນັກກິລາທີມຊາດລາວສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ໂດຍການຍາດຫຼຽນລາງວັນມາໄດ້ທັງໝົດ 39 ຫຼຽນ. ເພື່ອເປັນການຍ້ອງຍໍສັນລະເສີນຄວາມມານະອົດທົນ ແລະ ຄວາມສາມາດຂອງນັກກິລາທີ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ກຸ່ມບໍລິສັດ ລາວ ໂທລະຄົມຈຶ່ງໄດ້ມອບລາງວັນສະໜັບສະໜູນ ປະກອບມີ: ເງິນເຂົ້າກະເປົາ M-Money, ຊິມກາດ ພ້ອມແພັກເກັດ IR (International Roaming) ລວມມູນຄ່າການສະໜັບສະໜູນທັງໝົດ 460.000.000 ກີບ.
ທ່ານ ເພັດສະຫວັນ ເຄີນວິໄລ ຮອງຝ່າຍການຕະຫຼາດ – ການຂາຍໄດ້ກ່າວໃນພິທີວ່າ: “ການມອບລາງວັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຕອບແທນຄວາມທຸ່ມເທຂອງນັກກິລາທຸກທ່ານທີ່ໄດ້ສູ້ຊົນເພື່ອຊາດລາວ, ແຕ່ຍັງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ ລາວ ໂທລະຄົມ ໃນການເປັນສ່ວນໜຶ່ງຂອງການພັດທະນາວົງການກິລາລາວໃຫ້ກ້າວໄກ ແລະ ສ້າງແຮງບັນດານໃຈໃຫ້ແກ່ເຍົາວະຊົນຮຸ່ນຫຼັງ.”

ໂອກາດດຽວກັນນີ້, ຕາງໜ້າສະຫະພັນກິລາແຫ່ງຊາດ ແລະ ນັກກິລາ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ລາວ ໂທລະຄົມ ທີ່ໃຫ້ການສະໜັບສະໜູນ ແລະ ຢູ່ຄຽງຂ້າງວົງການກິລາລາວໂດຍຕະຫຼອດມາ ຊຶ່ງລາງວັນໃນຄັ້ງນີ້ຈະເປັນກໍາລັງໃຈອັນສໍາຄັນໃຫ້ນັກກິລາພ້ອມພັດທະນາຕົນເອງເພື່ອຜົນງານທີ່ດີຂຶ້ນໃນເວທີສາກົນຕໍ່ໆໄປ.
ຂ່າວ: ບໍລິສັດ ລາວ ໂທລະຄົມ


