ກຸ່ມບໍລິສັດ YCIH ປະຈໍາລາວ ແລະ ອົງການກວດກາລັດ ນະຄອນຫຼວງວຽງຈັນ ໄດ້ລົງນາມຮ່ວມມືກັນ ເມື່ອວັນທີ 25 ມິຖຸນາ 2025 ທີ່ຜ່ານມາ ກ່ຽວກັບບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສົ່ງເສີມການສ້າງຄວາມໂປ່ງໃສ ຢູ່ເຂດພັດທະນາກວມລວມໄຊເສດຖາ ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ການຮ່ວມເປັນສັກຂີພິຍານ ຂອງ ທ່ານ ເຝິງ ຈື້ ຫຼີ່ ຄະນະປະຈໍາພັກແຂວງ, ເລຂາກວດກາພັກແຂວງ, ປະທານອົງການກວດກາລັດ ແຂວງຢູນນານ ແລະ ທ່ານ ວິລະສັກ ນາມມົນຕີ ຄະນະປະຈໍາພັກ, ປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ, ນອກນັ້ນຍັງມີທ່ານ ເສີນ ຈູ່ ຈຸນ ເລຂາຄະນະພັກ, ປະທານກຸ່ມບໍລິສັດ YCIH; ທ່ານ ຈາງເຜິງ ຄະນະພັກແຂວງ, ເລຂາກວດກາພັກແຂວງ, ຜູ້ຮັບຜິດຊອບວຽກງານກວດກາອົງການກວດກາລັດແຂວງ ປະຈໍາກຸ່ມບໍລິສັດກໍ່ໄດ້ເຂົ້າຮ່ວມໃນພິທີ.
ຕາມບົດບັນທຶກ, ສອງຝ່າຍຈະໄດ້ມີການສ້າງກົນໄກໃນການປະສານງານ, ສ້າງຕັ້ງຄະນະປະສານງານສະເພາະ, ສ້າງໃຫ້ເປັນເວທີໃນການຮ່ວມແບ່ງປັນດ້ານຂໍ້ມູນ, ສ້າງແຜນຊີ້ນໍາການຝຶກອົບຮົມດ້ານຄວາມໂປ່ງໃສ ແລະ ອື່ນໆຕາມໄລຍະທີ່ກໍານົດໄວ້, ລົງເລິກການຮ່ວມມືຊຸກຍູ້ສົ່ງເສີມວຽກງານກໍ່ສ້າງລະບົບຄຸ້ມຄອງບໍລິຫານດ້ວຍຄວາມໂປ່ງໃສ ໃຫ້ຖືກຕ້ອງຕາມກົດໝາຍ, ການຮ່ວມມືຈັດຕັ້ງເຄື່ອນໄຫວຕ້ານການສໍ້ລາດບັງຫຼວງ, ດໍາເນີນວຽກງານການຝຶກອົບຮົມ, ໂຄສະນາເຜີຍແຜ່ ແລະ ດ້ານອື່ນໆ.
ໃນການລົງນາມໃນຄັ້ງນີ້, ໄດ້ເປັນຫຼັກໝາຍໜຶ່ງທີ່ສໍາຄັນໃນການສ້າງຄວາມໂປ່ງໃສ ຂອງກຸ່ມບໍລິສັດ YCIH ຢູ່ນອກປະເທດ, ຫຼາຍປີມານີ້, ກຸ່ມບໍລິສັດ YCIH ໄດ້ເອົາໃຈໃສ່ຕອບສະໜອງຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ຊາດວາງອອກ, ຢູ່ ສປປ ລາວ ກໍ່ໄດ້ເຂົ້າຮ່ວມໃນການລົງທຶນ ແລະ ກໍ່ສ້າງໂຄງການຂະໜາດໃຫຍ່ຫຼາຍໂຄງການເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ, ສູນການຄ້າວຽງຈັນເຊັນເຕີ, ທາງດ່ວນນະຄອນຫຼວງວຽງຈັນ ຫາ ວັງວຽງ ແລະ ອື່ນໆ. ໃນໄລຍະການກໍ່ສ້າງໂຄງການ, ກຸ່ມບໍລິສັດ YCIH ແມ່ນຢຶດໝັ້ນດ້ານຄວາມໂປ່ງໃສເປັນວິໄນຂອງຕົນສະເໝີມາ, ຮັບປະກັນດ້ານຄວາມໂປ່ງໃສ ແລະ ມີປະສິດທິພາບສູງໃນການກໍ່ສ້າງໂຄງການ. ຜ່ານການຮ່ວມມືກັບອົງການກວດກາລັດນະຄອນຫຼວງວຽງຈັນ, ບໍ່ພຽງຈະຊ່ວຍໃຫ້ວຽກງານກິດຈະການຢູ່ລາວ ຂອງກຸ່ມບໍລິສັດໄດ້ຮັບການພັດທະນາຂຶ້ນຢ່າງເຂັ້ມແຂງເທົ່ານັ້ນ, ທັງຍັງເປັນແຮງຂັບເຄື່ອນອັນໃໝ່ປະກອບສ່ວນເຂົ້າໃນການຮ່ວມມືທາງດ້ານເສດຖະກິດຂອງສອງຊາດລາວ-ຈີນ ອີກດ້ວຍ, ເປັນກໍາລັງແຮງປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ《ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ (2024-2028) ລະຫວ່າງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ》ລົງເລິກການຮ່ວມມືກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄວາມໂປ່ງໃສ.
ໃນອະນາຄົດ, ສອງຝ່າຍຈະໄດ້ຖືເອົາການຮ່ວມມືໃນຄັ້ງນີ້ເປັນກາລະໂອກາດ, ລົງເລິກດ້ານເນື້ອໃນ ແລະ ເປີດກ້ວາງ ຂົງເຂດການຮ່ວມມືຢ່າງຕໍ່ເນື່ອງ, ສ້າງພາບພົດອັນໃໝ່ດ້ານຄວາມໂປ່ງໃສຮ່ວມກັນ.






