ໃນໄລຍະຜ່ານມາ, ກຸ່ມຜະລິດກະສິກຳປູກພືດຜັກ ບ້ານນາຊ່າວ ສາມາດປູກພືດຜັກຂາຍໄດ້ 10.700 ກິໂລກຣາມ ຂາຍໃນລາຄາ 8.000 ກີບຕໍ່ກິໂລກຣາມ ສາມາດສ້າງລາຍຮັບໄດ້ 85,6 ລ້ານກີບ ຖ້າທຽບໃສ່ເມື່ອກ່ອນ ທີ່ບໍ່ທັນມີໂຄງການ ຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ເຂົ້າມາສະໜັບສະໜູນ ເຫັນວ່າ ການຜະລິດ ແລະ ຊີວິດການເປັນຢູ່ຂອງກຸ່ມສະສິກອນ ພໍແຕ່ກຸ້ມກິນ, ແຕ່ປັດຈຸບັນທຸກຄອບຄົວ ທີ່ເປັນສະມາຊິກກຸ່ມຜະລິດກະສິກຳ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ສະແດງໃຫ້ເຫັນຢ່າງຈະແຈ້ງ ມີບາງຄອບຄົວ ກາຍເປັນຄອບຄົວຕົວແບບໃນການປູກພືດຜັກ ສາມາດສົ່ງເສີມລູກໄດ້ຮໍ່າຮຽນຈົບສາຍສາມັນ ແລະ ວິຊາຊີບ, ທັງມີເງິນແຮໄວ້ໃນຄອບຄົວ ເພື່ອໃຊ້ໃນຍາມຈຳເປັນ.
ທ່ານ ສົມດີ ສີປະເສີດ ຕາງໜ້າໃຫ້ກະສິກອນກຸ່ມຜະລິດກະສິກໍາປູກພືດຜັກ ບ້ານນາຊ່າວ ນະຄອນຫລວງພະບາງ ແຂວງຫລວງພະບາງ ໄດ້ລາຍງານການຈັດຕັ້ງປະຕິບັດ ກິດຈະກຳຂອງໂຄງການຊົນລະກະເສດ ແລະ ການຜະຜິດເປັນສິນຄ້າຂະໜາດນ້ອຍ ໃນໂອກາດທີ່ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມກຸ່ມຜະລິດກະສິກຳດັ່ງກ່າວ ໃນວັນທີ 12 ມີນາ 2025 ນີ້ວ່າ: ໂຄງການຊົນລະກະເສດ ແລະ ການຜະຜິດເປັນສິນຄ້າຂະໜາດນ້ອຍ ໄດ້ໃຫ້ທຶນຊ່ວຍເຫລືອ ກຸ່ມຜະລິດກະສິກໍາ ບ້ານນາຊ່າວ 40 ຄອບຄົວ, ເນື້ອທີ່ການຜະລິດ ຫລາຍກວ່າ 27 ເຮັກຕາ, ໂຄງການໄດ້ສະໜອງທຶນ 259 ລ້ານກວ່າກີບ ພ້ອມເຈາະນ້ຳບາດານ ທີ່ໃຊ້ພະລັງງານແສງອາທິດ ແລະ ສະໜອງແນວພັນພືດຜັກຈໍານວນໜຶ່ງ ເຮັດໃຫ້ກຸ່ມຜະລິດກະສິກຳປູກພືດຜັກ ບ້ານນາຊ່າວ ສາມາດປູກພືດຜັກຂາຍໄດ້ຫລາຍຂຶ້ນ ສາມາດຜັກຂາຍໄດ້ 10.700 ກິໂລກຣາມ ແລະ ສາມາດສ້າງລາຍຮັບໄດ້ 85,6 ລ້ານກີບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານດັ່ງກ່າວດີຂຶ້ນເປັນກ້າວໆ.
ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ກຸ່ມຜະລິດກະສິກຳປູກພືດຜັກ ບ້ານນາຊ່າວ ທີ່ຈັດຕັ້ງປະຕິບັດບັນດາກິດຈະກຳ ຕາມເປົ້າໝາຍຂອງໂຄງການໄດ້ດີ ພ້ອມທັງໃຫ້ສືບຕໍ່ ການປູກພືດຜັກກາຍເປັນສິນຄ້າ ສົ່ງອອກສູ່ທ້ອງຕະຫລາດ ນະຄອນຫລວງພະບາງ ແລະ ຕ່າງແຂວງ ພ້ອມທັງຂອບໃຈໂຄງການຊົນລະກະເສດ ແລະ ການຜະຜິດເປັນສິນຄ້າຂະໜາດນ້ອຍ ທີ່ໃຫ້ທຶນຊ່ວຍເຫລືອ ເຮັດໃຫ້ກະສິກອນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ.
ຂ່າວ-ພາບ: ທະນູສີນ ອິດທິພົນ





