ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມຜະລິດ ແລະ ຈໍາໝາຍນໍ້າຕານກ້ອນ ບ້ານໂພນສົ້ມໂຮງ ແລະ ບ້ານດອນຕູມ ເມືອງໄຊພູທອງ ໄດ້ຮັບໃບຢັ້ງຢືນ ODOP

Nov 4, 2024

ວັນທີ 1 ພະຈິກຜ່ານມານີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢື້ນການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ກຸ່ມຜະລິດ ແລະ ຈໍາໝາຍນໍ້າຕານກ້ອນ ບ້ານໂພນສົ້ມໂຮງ ແລະ ບ້ານດອນຕູມ ເມືອງໄຊພູທອງ ແຂວງສະຫວັນ ນະເຂດ.
ທ່ານຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊພູທອງ ໄດ້ລາຍງານວ່າ: ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ ລົງຊຸກຍູ້ຕິດຕາມ, ຄັດເລືອກໃຫ້ເປັນຕົວແບບໃນການຜະລິດ ໂດຍໄດ້ກຳນົດເອົາ 2 ບ້ານຄື ບ້ານໂພນສົມໂຮງ, ບ້ານດອນຕູມ ເປັນບ້ານເປົ້າໝາຍທີ່ຜະລິດນໍ້າຕານກ້ອນຢູ່ໃນເມືອງ ເພື່ອສ້າງໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະ ພັນ ຫຼື ODOP.
ຜ່ານການລົງຊຸກຍູ້ສົ່ງເສີມ ແລະ ປະເມີນທັງສອງບ້ານເຫັນວ່າຄົບຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ, ຈຶ່ງນຳສະເໜີ ໃຫ້ຄະນະຄັດເລືອກແຕ່ລະຂັ້ນ ພິຈາລະນາ ແລະ ກະຊວງຕົກລົງອອກໃບອະນຸຍາດ ກຸ່ມການຜະລິດນໍ້າຕານກ້ອນທີ່ເປັນເອກະລັກຂອງເມືອງໄຊພູທອງ ນຳໃຊ້ກາໝາຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ.
ໂອກາດນີ້, ທ່ານ ວັນແສງ ແກ້ວບຸນພັນ ໄດ້ໃຫ້ກຽດມອບໃບ ຢັ້ງຢືນກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ໃຫ້ບ້ານໂພນສົ້ມໂຮງ, ບ້ານດອນຕູມ, ພ້ອມທັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ ເປັນເຈົ້າການສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງທຸກເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ກັບສອງຫົວໜ່ວຍທຸກິດ ໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.