ນະຄອນກຸ້ຍລິນຕັ້ງຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີສະພາບອາກາດອົບອຸ່ນ ແລະ ຊຸ່ມຊື່ນ. ຍາມລະດູໜາວບໍ່ໜາວຫຼາຍ ແລະ ລະດູຮ້ອນກໍບໍ່ຮ້ອນຫຼາຍ, ປ່າໄມ້ຂຽວງາມອຸ່ມທຸ່ມຕະຫຼອດປີ, ອຸນຫະພູມສະ ເລ່ຍໝົດປີຢູ່ປະມານ 19℃.
ນະຄອນກຸ້ຍລິນມີຊື່ສຽງໂດ່ງດັງໄປທົ່ວໂລກໃນດ້ານການທ່ອງ ທ່ຽວ, ເປັນໜຶ່ງໃນ 4 ແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວຊົມຂອງຈີນທີ່ຮັບຮອງໂດຍອົງການທ່ອງທ່ຽວໂລກອົງ ການສະຫະປະຊາຊາດ, ມີມໍລະດົກໂລກ 4 ແຫ່ງ, ມີແຫຼ່ງທ່ອງທ່ຽວແຫ່ງຊາດລະດັບ 5A ເຖິງ 4 ແຫ່ງ. ໂດຍສະເລ່ຍແລ້ວໄດ້ຕ້ອນຮັບນັກທ່ອງທ່ຽວຈຳ ນວນ 140 ລ້ານເທື່ອຄົນຕໍ່ປີ. ນອກນີ້. ນະຄອນກຸ້ຍລິນຍັງເປັນໜຶ່ງໃນສູນກາງການຄົມມະນະຄົມທີ່ເຊື່ອມຕໍ່ລະຫວ່າງຈີນກັບອາ ຊຽນ. ເວົ້າສະເພາະສາຍການບິນກຸ້ຍລິນໄດ້ເປີດເສັ້ນທາງການບິນທັງພາຍໃນ ແລະ ສາກົນເຖິງ 200 ກວ່າເສັ້ນ, ນອກນັ້ນຍັງມີທາງລົດໄຟຄວາມໄວສູງ ແລະ ທາງດ່ວນເຊື່ອມຕໍ່ກັບນະຄອນ ແລະ ເມືອງຕ່າງໆຂອງເຂດກວາງຊີຈີນ.
ອີງຕາມການຄົ້ນຄວ້າດ້ານທໍລະນີສາດ, ເມື່ອປະມານ 300 ລ້ານກວ່າປີກ່ອນ, ກຸ້ຍລິນເປັນທະເລແຫ່ງໜຶ່ງ. ຍ້ອນການເຄື່ອນເໜັງຂອງເປືອກໂລກ, ຫີນປູນທີ່ຕົກຕະກອນໄດ້ດັນຂຶ້ນມາກາຍ ເປັນແຜ່ນດິນ, ຈາກນັ້ນມາຈຶ່ງໄດ້ປ່ຽນແປງໄປຕາມການເວລາ ຍ້ອນລົມພັດຝົນຕົກຮຳ ແລະ ການກັດເຊາະຂອງນ້ຳ, ໃນທີ່ສຸດໄດ້ກາຍມາເປັນປ່າຫີນທີ່ມີຫຼາຍຮູບຊົງ, ຢູ່ໃນຖ້ຳມີຫີນງອກຫີນຍ້ອຍທີ່ງົດງາມອະລັງການທີ່ສຸດ ແລະ ມີສາຍນ້ຳຢູ່ໃຕ້ດິນທີ່ເລິກລັບໜ້າຄົ້ນຫາ. ພູມສັນຖານແບບພິເສດເຫຼົ່ານີ້ ແລະ ແມ່ນ້ຳຫຼີຈ່ຽງທີ່ມີທັດສະນີຍະພາບຫຼາກຫຼາຍສີສັນ, ພ້ອມດ້ວຍພາບວິວທິວທັດຂອງສະ ຫວັນບ້ານນາທີ່ເຕັມໄປດ້ວຍມົນສະເໜ່ແລະກິ່ນອາຍຂອງທຳມະຊາດ, ໄດ້ກາຍເປັນທິວທັດພູຜາແມ່ນ້ຳກຸ້ຍລິນທີ່ປະ ກອບດ້ວຍພູຂຽວ, ນໍ້າໃສ, ຖໍ້າອັດສະຈັນ ແລະ ຫີນງອກທີ່ງົດງາມ ເຊິ່ງເປັນທິວທັດທຳມະຊາດທີ່ມີເອກະລັກພິເສດ ແລະ ມີຊື່ມີສຽງໂດ່ງດັງທັງຢູ່ຈີນ ແລະ ຢູ່ຕ່າງປະເທດ ໂດຍໄດ້ຮັບສົມຍານາມກໍຄືມີຊື່ງາມນາມມ່ວນວ່າເປັນບ່ອນທີ່ມີພູຜາແມ່ນ້ຳງາມກວ່າໝູ່ຢູ່ໃນໂລກ.
ເພື່ອປົກປັກຮັກສາທັດສະນີຍະພາບທາງທໍາມະຊາດທີ່ສວຍສົດງົດງາມ ແລະ ວັດ ທະນະທໍາທີ່ມີເອກະລັກຂອງນະຄອນກຸ້ຍລິນໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງຕະຫຼອດໄປນັ້ນ, ອົງການປົກຄອງນະຄອນກຸ້ຍລິນໄດ້ນໍາເອົາວິທະຍາສາດເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຕິດຕາມກວດກາ ແລະ ປັບປຸງສິ່ງແວດ ລ້ອມ ຕົວຢ່າງ: ລະບົບ 5G ທີ່ໃຊ້ເຂົ້າໃນການປົກປັກຮັກສາສິ່ງ ແວດລ້ອມຢູ່ສາຍນໍ້າລີຈ່ຽງ ເຊິ່ງເປັນລະບົບດີຈິຕອນທັນສະໄໝທີ່ສາມາດຕິດຕາມ ແລະ ແບ່ງປັນຂໍ້ມູນຂ່າວສານຂອງໜ່ວຍວັດ ແທກຕ່າງເຊັ່ນ: ຄຸນນະພາບນໍ້າ ແລະ ອາກາດໃນແຕ່ລະຕອນຂອງສາຍນໍ້າລີຈ່ຽງ, ຈໍານວນນັກທ່ອງທ່ຽວເຂົ້າຊົມ, ຈໍານວນເຮືອທີ່ພວມແລ່ນໄປມາ ເປັນຕົ້ນ ເຊິ່ງສາມາດແກ້ໄຂເຫດການສຸກເສີນທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ. ດ້ວຍຄວາມພະຍາຍາມຂອງອົງການປົກຄອງນະຄອນກຸ້ຍລິນ, ຈຶ່ງເຮັດໃຫ້ນະຄອນແຫ່ງນີ້ມີສິ່ງແວດລ້ອມທຳມະຊາດທີ່ດີສົມຄວນ, ອັດຕາການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມເຖິງ 71,97%.
ນະຄອນກຸ້ຍລິນ ເປັນເມືອງບູຮານທີ່ມີປະຫວັດຄວາມເປັນມາ 2.100 ກວ່າປີ, ມີວັດທະນະທຳປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມມາຢ່າງຍາວນານ. ກາບກອນ ແລະ ບົດກະວີຂອງນັກປະ ພັນຈຳນວນຫຼາຍໃນປະຫວັດສາດທີ່ແຕ່ງຂຶ້ນເພື່ອຍ້ອງຍໍສັນລະ ເສີນແລະບັນລະຍາຍເຖິງຄວາມງົດງາມຂອງພູຜາແມ່ນ້ຳ ແລະ ພະ ພຸດທະຮູບຢູ່ກຸ້ຍລິນໄດ້ມີຢູ່ຕາມໜ້າຜາ ແລະ ຖ້ຳຫີນ, ໃນນັ້ນ ປ່າສີລາກຸ້ຍໄຫ ແລະ ຮູບແກະສະຫຼັກຢູ່ໜ້າຜາຊີ່ຊ່ານມີຊື່ສຽງທີ່ສຸດ. ສ່ວນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຂອງເມືອງກຸ້ຍລິນມີຈອມພູປີ້ລຽນ, ສວນດາວເຈັດດວງ, ບໍ່ນ້ຳອຸ່ນລົງເຊີ້ງ, ຖ້ຳລູຕີ໋ ແລະ ພູງວງຊ້າງເປັນຕົ້ນ.
ທີ່ມາ: CMG






