ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົງສູນຈີນປະຈຳ ສປປລາວໄວ້ອາໄລເຖິງວິລະຊົນຈີນ ທີ່ເສຍສະຫຼະຊີວິດໃນການຊ່ວຍເຫຼືອປະເທດລາວ ຕໍ່ຕ້ານອາເມລິກາເນື່ອງໃນໂອກາດວັນລະນຶກເຖິງວິລະຊົນແຫ່ງຊາດຈີນ

Oct 2, 2024

ວັນທີ 30 ກັນຍາ2024ເປັນວັນລະນຶກເຖິງວິລະຊົນແຫ່ງຊາດຈີນ, ທ່ານຈ່າງເຊີ້ຜິງ, ກົງສູນໃຫຍ່ຈີນ ປະຈຳແຂວງຫຼວງພະບາງ ໄດ້ຕາງໜ້າສະຖານທູດ ແລະ ກົງສູນຈີນ ປະຈຳ ສປປ ລາວໄປໄວ້ອາໄລວິລະຊົນຈີນຢູ່ສຸສານສອງແຫ່ງ ຄືເມືອງໄຊ ແລະ ນາໝໍ້ແຂວງອຸດົມໄຊ. ບັນດາຜູ້ຮັບຜິດຊອບຝ່າຍລາວ ລວມທັງທ່ານ ວັນນາ ແກ້ວສັນ ຕິ ຄະນະປະຈຳພັກແຂວງອຸດົມໄຊ, ປະທານສູນກາງແນວລາວສ້າງຊາດພ້ອມດ້ວຍຕົວແທນຈາກບໍລິສັດຈີນ, ຊຸມຊົນຊາວຈີນ ແລະ ໂຮງຮຽນຈີນໃນເຂດກົງສູນໄດ້ເຂົ້າ ຮ່ວມ.
ໃນພິທີໄວ້ອາໄລທ່ານຈ່າງເຊີ້ຜິງພ້ອມດວ້ຍພະນັກງານສະຖານທູດແລະກົງສູນຈີນປະຈຳລາວ, ອຳນາດການປົກຄອງແຂວງອຸດົມໄຊ,ຕົວແທນຝ່າຍລາວແລະຜູ້ເຂົ້າຮ່ວມທັງໝົດໄດ້ຢືນກົງສະແດງຄວາມເຄົາລົບຕໍ່ໜ້າອະນຸສາວະລີແລະໄດ້ວາງພວງມາລາຕໍ່ໜ້າອະນຸສາວະລີວິລະຊົນດ້ວຍຄວາມເຄົາລົບຢ່າງສົມກຽດແລະສະຫງ່າຜ່າເຜີຍ.ທ່ານຈ່າງເຊີ້ຜິງ ໄດ້ກ່າວຄຳປາໄສວ່າ: ເມື່ອ 60 ກວ່າປີກ່ອນ, ວິລະຊົນປະຕິ ວັດຈີນໄດ້ສົ່ງເສີມຈິດໃຈສາກົນນິຍົມໃນການສະໜັບສະໜູນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນລາວ. ການເສຍສະຫຼະຂອງພວກເຂົາເຈົ້າໜັກກວ່າພູໄທ້ຊ່ານ, ປະຊາຊົນຈີນ ແລະ ລາວຈະບໍ່ມີວັນລືມໄດ້. ສິ່ງທີ່ສາມາດປອບໃຈວິນຍານຂອງວິລະຊົນໄດ້ແມ່ນປະເທດຈີນໄດ້ບັນລຸການກ້າວກະໂດດອັນຍິ່ງໃຫຍ່ຈາກການລຸກຢືນຂຶ້ນ ຮັ່ງມີຂຶ້ນຮອດເຂັ້ມແຂງຂຶ້ນ, ແລະ ກຳລັງຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນ. ສິ່ງທີ່ສາມາດປອບໃຈວິນຍານຂອງວິລະຊົນໄດ້ນັ້ນແມ່ນຈີນ ແລະ ລາວຍຶດໝັ້ນໃນຈິດໃຈ “4ດີ”, ກຳລັງເສີມຂະຫຍາຍສາຍພົວພັນການຮ່ວມມືຄູ່ຮ່ວມຍຸດ ທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ ແລະ ມຸ່ງໝັ້ນສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ.
ເພື່ອສະໜັບສະໜູນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວຕ້ານອາເມລິກາ,ໃນລະຫວ່າງເດືອນກຸມພາ 1962 ເຖິງເດືອນມີນາ 1963 ແລະ ເດືອນກັນຍາ 1968 ເຖິງເດືອນພຶດສະພາ 1978 ,ຈີນໄດ້ສົ່ງກອງທັບວິສະວະກຳ, ກອງທັບປ້ອງກັນພາກພື້ນດິນ, ກອງທັບປ້ອງກັນອາກາດ ແລະພະລາທິການພ້ອມດ້ວຍກອງກຳລັງທະຫານບົກລວມທັງໝົດ 110,000 ຄົນມາປະເທດລາວ. ໃນໄລຍະ 11 ປີ, ພວກເຂົາໄດ້ກໍ່ສ້າງເສັ້ນທາງຍຸດທະສາດ 7 ສາຍ ລວມຄວາມຍາວ 822 ກິໂລແມັດ, ໄດ້ປະກອບສ່ວນຢ່າງຫ້າວຫັນເພື່ອໄຊຊະນະໃນການຕໍ່ສູ້ກູ້ຊາດ ແລະ ການພັດທະນາເສດຖະກິດຫຼັງສົງຄາມຂອງປະຊາຊົນລາວ. ໃນໄລຍະນີ້, ມີຄົນຈີນ 269 ຄົນເສຍຊີວິດ, ໃນນັ້ນ 210 ຄົນຖືກຝັງໄວ້ໃນປະເທດລາວ. ສຸສານວິລະຊົນເມືອງໄຊມີວິລະຊົນຈີນ 129 ຄົນ, ລວມທັງ 24 ຄົນທີ່ເສຍຊີວິດໃນການສູ້ຮົບທາງອາກາດວັນທີ 14 ພຶດສະພາ. ສຸສານວິລະຊົນນາໝໍ້ມີວິລະຊົນຈີນ 81 ຄົນ, ລວມທັງວິລະຊົນທີ່ເສຍຊີວິດໃນກຳລັງທະຫານຊຸດທຳອິດທີ່ເຂົ້າມາປະເທດລາວ.
ທີ່ມາ: CMG