ເມື່ອບໍ່ດົນມານີ້, ບຣາຊິນ ໃນຖານະເປັນປະເທດປະທານໝູນວຽນຂອງບຣິກສ ໄດ້ປະກາດວ່າ: ຫວຽດນາມໄດ້ເຂົ້າຮ່ວມກົນໄກການຮ່ວມມືປະເທດສະມາຊິກບຣິກສ ດ້ວຍການເປັນປະເທດຄູ່ຮ່ວມບຣິກສ. ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ແລະ ປະເທດສະມາຊິກບຣິກສ ນັບມື້ນັບແໜ້ນແຟ້ນກວ່າເກົ່າ, ຈາກອິນໂດເນເຊຍເຂົ້າເປັນປະເທດສະມາຊິກບຣິກສ, ຮອດມາເລເຊຍ, ໄທ ແລະ ຫວຽດນາມ ກາຍເປັນປະເທດຄູ່ຮ່ວມບຣິກສ ກໍຄື ລາວທີ່ສະແຫວງຫາການຮ່ວມມືກັບບຣິກສຢ່າງຕັ້ງໜ້າ. ທັງໝົດນີ້ໄດ້ສະແດງໃຫ້ເຫັນວ່າ: ກົນໄກການຮ່ວມມືປະເທດສະມາຊິກບຣິກສ ກຳລັງເປີດປະຕູໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ເພື່ອມຸ່ງໜ້າໄປສູ່ອະນາຄົດແຫ່ງການພັດທະນາທີ່ກວ້າງຂວາງກວ່າເກົ່າ.
ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ, ກົນໄກການຮ່ວມມືປະເທດສະມາຊິກບຣິກສ ໄດ້ຍຶດໝັ້ນແນວຄິດເປີດກວ້າງ, ກວມລວມ, ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ສຸມກຳລັງເຂົ້າໃນການສົ່ງເສີມຄວາມສາມັກຄີ ແລະ ການຮ່ວມມືຂອງປະເທດໃນເຂດໂລກໃຕ້. ກົນໄກການຮ່ວມມືນີ້ ໄດ້ຕອບສະໜອງກັບຄວາມຕ້ອງການຂອງບັນດາປະເທດສະມາຊິກອາຊຽນ ໃນການຍົກລະດັບສິດໃນການປະກອບຄຳເຫັນໃນເວທີສາກົນ ແລະ ຊຸກຍູ້ການພັດທະນາແບບຫຼາຍຂົ້ວ. ພາຍໃຕ້ສະຖານະການສາກົນທີ່ສະຫຼັບສັບຊ້ອນໃນປັດຈຸບັນ, ການແຂ່ງຂັນລະຫວ່າງປະເທດໃຫຍ່ ໄດ້ສ້າງຄວາມກົດດັນຢ່າງຫຼວງຫຼາຍໃຫ້ແກ່ປະເທດສະມາຊິກອາຊຽນ, ຍົກຕົວຢ່າງ: ອາເມຣິກາປະຕິບັດ “ຍຸດທະສາດອິນໂດ-ປາຊີຟິກ”, ເຮັດໃຫ້ບັນດາປະເທດສະມາຊິກອາຊຽນ ຈຳເປັນຕ້ອງມີຄວາມລະມັດລະວັງຫຼາຍກວ່າເກົ່າ ໃນການວາງນະໂຍບາຍການຕ່າງປະເທດ. ໂດຍຜ່ານກົນໄກການຮ່ວມມືບຣິກສ, ບັນດາປະເທດສະມາຊິກອາຊຽນ ສາມາດເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບກຸ່ມເສດຖະກິດຈະເລີນໃໝ່ອື່ນໆ, ເປີດກວ້າງພື້ນທີ່ການຕ່າງປະເທດຫຼາຍຝ່າຍຢ່າງມີປະສິດທິຜົນ, ຍາດເອົາສິດໃນການປະກອບຄຳເຫັນໃຫ້ຫຼາຍກວ່າເກົ່າ ເພື່ອຍົກສູງຖານະບົດບາດຂອງຕົນໃນເວທີສາກົນ.
ປະເທດສະມາຊິກບຣິກສມີປະຊາກອນທັງໝົດປະມານ 3 ຕື້ 500 ລ້ານຄົນ ເຊິ່ງກວມເອົາຫຼາຍກວ່າ 40% ຂອງປະຊາກອນທົ່ວໂລກ, ມີຕະຫຼາດໃຫຍ່ພິເສດ ແລະ ມູນຄ່າການຄ້າກວມເອົາ 25% ຂອງໂລກ. ເພື່ອບັນລຸການພັດທະນາແບບຍືນຍົງ, ປະເທດສະມາຊິກອາຊຽນ ຕ້ອງບຸກເບີກພື້ນທີ່ການຮ່ວມມື ແລະ ສະແຫວງຫາຈຸດເຕີບໂຕໃໝ່ດ້ານເສດຖະກິດ. ກົນໄກການຮ່ວມມືປະເທດສະມາຊິກບຣິກສ ກໍໄດ້ສ້າງເວທີອັນສຳຄັນແບບນີ້ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ. ຍົກເອົາຫວຽດນາມເປັນຕົວຢ່າງ, ຫຼັງຈາກກາຍເປັນປະເທດຄູ່ຮ່ວມບຣິກສແລ້ວ ຈະຊຸກຍູ້ການລົງເລິກການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ ກັບຄອບຄົວບຣິກສ, ສ້າງຕະຫຼາດທີ່ກວ້າງຂວາງກວ່າເກົ່າ ໃຫ້ແກ່ຜະລິດຕະພັນກະສິກຳ ແລະ ຜະລິດຕະພັນອຸດສາຫະກຳຂອງຫວຽດນາມ, ດຶງດູດການລົງທຶນທີ່ມີຄຸນນະພາບດີກວ່າເກົ່າ ແລະ ການຮ່ວມມືດ້ານເຕັກໂນໂລຊີທີ່ກ້າວໜ້າ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດຫວຽດນາມດ້ວຍຄຸນນະພາບສູງ .
ໃນດ້ານການບໍລິຫານທົ່ວໂລກ, ກົນໄກການຮ່ວມມືປະເທດສະມາຊິກບຣິກສໄດ້ສ້າງຕັ້ງຂຶ້ນເປັນເວລາເກືອບ 20 ປີແລ້ວ ໄດ້ກາຍເປັນກຳລັງທີ່ມີລັກສະນະສ້າງສັນ ໃນການຊຸກຍູ້ການປ່ຽນແປງຂອງລະບົບການບໍລິຫານທົ່ວໂລກ. ໂດຍຜ່ານການຮ່ວມມືກັບປະເທດບຣິກສ, ປະເທດສະມາຊິກອາຊຽນ ສາມາດປົກປ້ອງຜົນປະໂຫຍດດ້ານການພັດທະນາຂອງຕົນເອງຢ່າງມີປະສິດທິຜົນ ໃນຂະນະທີ່ໄດ້ຮັບການພັດທະນາຢ່າງວ່ອງໄວ ພ້ອມທັງສາມາດສ້າງການພົວພັນຄູ່ຮ່ວມມືທີ່ໝັ້ນທ່ຽງພາຍໃຕ້ສະພາບແວດລ້ອມການເມືອງ ແລະ ເສດຖະກິດສາກົນທີ່ມີການປ່ຽນແປງຢ່າງຫຼວງຫຼາຍ.
ເຖິງວ່າປະເທດລາວຍັງບໍ່ທັນໄດ້ເຂົ້າຮ່ວມກົນໄກການຮ່ວມມືບຣິກສກໍຕາມ, ແຕ່ໃນຊຸມປີມໍ່ໆມານີ້ ໄດ້ສະແຫວງຫາການຮ່ວມມືດັ່ງກ່າວມາໂດຍຕະຫຼອດ. ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດປະເທດສະມາຊິກບຣິກສ ໃນປີ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ເຄີຍກ່າວວ່າ: ປະເທດສະມາຊິກບຣິກສ ມີບົດບາດນັບມື້ສຳຄັນໃນເວທີສາກົນ, ປະເທດລາວຫວັງຢາກກາຍເປັນປະເທດສະມາຊິກຂອງກົນໄກການຮ່ວມມືປະເທດສະມາຊິກບຣິກສ.
ກົນໄກການຮ່ວມມືປະເທດສະມາຊິກບຣິກສ ໄດ້ເປີດກວ້າງພື້ນທີ່ການຮ່ວມມື ແລະ ນຳເອົາໂອກາດການພັດທະນາໃໝ່ ມາໃຫ້ແກ່ປະເທດສະມາຊິກອາຊຽນ ໂດຍອີງໃສ່ທ່າແຮງດ້ານຕ່າງໆຂອງຕົນ. ໃນອະນາຄົດ, ສອງຝ່າຍຈະດຳເນີນການຮ່ວມມືໃນຫຼາຍຂົງເຂດກວ່າເກົ່າ ແລະ ດ້ວຍລະດັບທີ່ເລິກເຊິ່ງກວ່າເກົ່າ ເພື່ອບັນລຸການພັດທະນາຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.






