ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະຫຼຸບວຽກງານຮອບດ້ານປະ​ຈຳປີ 2022 ເເລະ ວາງທິດທາງເເຜນການ ປະຈໍາປີ2023 ຂອງກົມຊ່າງເເສງ ກົມໃຫຍ່ເສນາ​ທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2023 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໜອນ ຄະນະພັກອົງການກົມໃຫ່ຍ ຫົວໜ້າກົມຊ່າງເເສງກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມຊ່າງເເສງ, ຄະນະພັກ-ຄະນະບັນຊາ, ພະແນກການ, ຫ້ອງການ,​ພະນັກ ງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງເເສງກົມໃຫຍ່ເສນາທິການກອງທັບ​ໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັກຕັ້ງປະຕິວັດວຽກງານໃນຫຼາຍດ້ານທີ່ພົ້ນເດັ່ນຂອງ ຄະນະພັກ-ຄະນະບັນຊາພະນັກງານ – ນັດຮົບ ທົ່ວກົມຊ່າງເເສງ ສ້າງມາໄດ້ໃນໜຶ່ງປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດ​ຖອນໄດ້ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດດີກວ່າເກົ່າ, ເຊິ່ງຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາ ກໍ່ຄືພະນັກງານ- ນັກຮົບ ໄດ້ປະຕິບັດໜ້າທີ່ຂອງຕົນບັນລຸຜົນສຳເລັດເປັນຢ່າງດີ, ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກົມໃຫຍ່ເສນາທິການກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ເປັນຕົ້ນແມ່ນ ຄະນະພັກ-ຄະນະບັນຊາ ເເຕ່ລະກົມກອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ​-ນັກຮົບ, ເຊື່ອມຊຶມແນວທາງປ່ຽນແປງໃຫມ່ໃຫ້ໜັກແໜ້ນ, ໄດ້ໃກ້ສິດຕິດແທດກັບບັນດາກົມກອງທີ່ຂຶ້ນກັບໃຫ້ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະ, ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ກໍ່ສ້າງສຳຫຼວດ, ເກັບກໍາຂໍ້ມູນ ຕໍ່ກັບບັນດາໂຄງການຕ່າງໆໃນເເຕ່ລະເເຂວງມີຜົນສໍາເລັດຕາມເເຜນການ, ເປັນເຈົ້າການມີສະຕິກຽມພ້ອມສູ້ຮົບຕໍ່ເເນວທາງຍຸດທະສາດໃຫ້ມີຄວາມໜັກເເໜ້ນ ເພື່ອຕິດຕາມເກັບກໍາສະພາບຮອບດ້ານໃຫ້ມີຄວາມສະຫງົບປອດໄພ, ເຊື່ອມຊຶມກໍາເເໜ້ນ​ເເນວທາງນະໂຍບາຍຂອງພັກ-ລັດ, ຊີ້ນຳ-ນໍາພາພະນັກງານ-ສະມາຊິກພັກເຂົ້າຮ່ວມ. ຂະບວນການດ້ານຕ່າງໆໃຫ້ມີຄວາມຟົດຟື້ນເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ,ຂອງພັກ, ຂອງກອງທັບ, ກໍ່ສ້າງພັກ-ພະນັກງານ,ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມປອດໃສ, ເຂັ້ມເເຂງ, ໜັກເເໜ້ນ, ຈັດຕັ້ງກໍ່ສ້າງບໍາລຸງພະນັກງານໄປຮຽນຕໍ່ພາຍໃນ ເເລະ ຕ່າງປະເທດ ພ້ອມນັ້ນ ກໍ່ໄດ້ພ້ອມກັນປະຕິບັດຕາມ 7 ລະບອບ 18 ວຽກ ໃນວຽກງານຊີ້ນໍາການອົບຮົມຫັດເເອບ, ປັບປຸງລະບຽບເເບບແຜນ, ຝຶກຝົນຫຼໍ່ຫຼອມກຳລັງເເຮງກາຍໃຫ້ພະນັກງານ-ນັກຮົບ, ຄຽງຄູ່ກັນນັ້ນ ກໍ່ໄດ້ສຸມໃສ່ຮັບປະກັນພະລາທິການເເກ້ໄຂຊີວິດການເປັນຢູ່ ໃຫ້ພະນັກງານ-ນັກຮົບ, ດ້ານວຽກງານເຕັກນິກ, ກໍ່ໄດ້ເອົາໃຈໃສ່ພ້ອມກັນບົວລະບັດຮັກສາພາຫະນະເຕັກນິກຕ່າງໆ ໃຫ້ນຳໃຊ້ໄດ້ຍາວນານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໜອນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງນາຍ ເເລະ ພົນທະຫານທົ່ວກົມຊ່າງເເສງສ້າງມາໄດ້ໃນໄລຍະໜື່ງປີທີ່ຜ່າມມາ ພ້ອມທັງເນັ້ນຫນັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບຢ່າງເລິກເຊິ່ງ ແລະ ທົ່ວເຖິງ ພ້ອມນັ້ນ, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຕ້ອງຮັກສາຄວາມສາມັກຄີເປັນເອກະພາບພາຍໃນຫມູ່ຄະນະ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານໃຫ້ໜັກແໜ້ນເຂັ້ມແຂງ, ກຳແໜ້ນຫນ້າທີ່ການເມືອງຂອງຕົນ ກໍ່ຄື ຂອງກອງທັບແຕ່ລະໄລຍະ, ປັບປຸງກໍ່ສ້າງແບບແຜນວິທີ່ເຮັດວຽກ ເເລະ ກຳເເໜ້ນວິຊາສະເພາະ ສາມາດໝູນໃຊ້ໃນກົມກອງກໍ່ຄືພາຍໃນກອງທັບໃຫ້ປາກົດຜົນເປັນຈິງ.
ຂ່າວ-ພາບ: ເກນ ວິໄລສານ