ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຈັດພິທີສະເຫຼີມສະຫຼອງວັນສັກຢາກັນພະຍາດສັດແຫ່ງຊາດ ໃນຕອນເຊົ້າວັນທີ 11 ພະຈິກ 2024 ຢູ່ ບ້ານຫຼິ່ງຊັນ ເມືອງ ທຸລະຄົມ ແຂວງ ວຽງຈັນ. ມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ແຂວງວຽງຈັນ, ທ່ານ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ໄດ້ລາຍ ງານສະພາບລວມ, ເງື່ອນໄຂ ແລະ ທ່າແຮງຂອງເມືອງໂດຍຫຍໍ້, ຈາກນັ້ນ ທ່ານ ສົມອົກ ໜໍ່ຈະເລີນ ໄດ້ຂຶ້ນລາຍງານກ່ຽວກັບສະ ພາບການເຄື່ອນໄຫວຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ການປະມົງ ຢູ່ແຂວງວຽງຈັນ ໃນໄລຍະຜ່ານມາ. ເພື່ອເຮັດໃຫ້ພິທີມີເນື້ອໃນຄວາມໝາຍຄວາມສໍາຄັນ ແລະ ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການເຄື່ອນໄຫວວຽງການດັ່ງກ່າວໃນຕໍ່ໜ້າ,
ຈາກນັ້ນ, ທ່ານ ຮອງເຈົ້າແຂວງ ແລະ ທ່ານ ຫົວໜ້າກົມລ້ຽງ ສັດ-ການປະມົງ ໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມຕໍ່ພິທີ, ຕາມດ້ວຍການດຳເນີນການສັກຢາໃຫ້ສັດລ້ຽງຂອງປະຊາຊົນ, ໃຫ້ຄວາມຮູ້, ສ້າງຄວາມເຂົ້້າໃຈກ່ຽວກັບວຽກງານສັກຢາກັນພະຍາດສັດ ແລະ ວັນສັກຢາກັນພະຍາດສັດແຫ່ງຊາດ ຈາກຄະນະວິຊາ ການສັດຕະວະແພດ. ວຽກງານສັກຢາກັນພະຍາດສັດ ເປັນວຽກ ງານທີ່ສໍາຄັນເພື່ອປູກຈິດສໍານຶກໃນປວງຊົນເອົາໃຈໃສ່ໃນການ ປ້ອງກັນພະຍາດໃຫ້ສັດເປັນຕົ້ນຕໍ ເອົາການປີ່ນປົວເປັນສໍາຮອງ, ສ້າງພູມຄຸ້ມກັນພະຍາດໃນສັດລ້ຽງເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດສັດໃຫ້ຫຼຸດໜ້ອຍລົງ ກ້າວໄປເຖິງເຂດປອດພະຍາດສັດ.






