ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປະທານ-ປະທານຮ່ວມ ໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາຂຶ້ນ, ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 3 ກໍລະກົດ 2024. ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຕາງໜ້າ ຈາກກະຊວງ ຂະແໜງການ ແລະ ຄູ່ຮ່ວມທະນາ, ບັນດາຫົວໜ້າອົງການຈັດຕັ້ງສາກົນ ໂດຍຕາງໜ້າ ໃຫ້ແກ່ ປະທານ-ປະທານຮ່ວມ ຂອງໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ເຂົ້າຮ່ວມເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ (ຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ) ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ມື້ນີ້ເປັນໂອກາດອັນດີ ທີ່ບັນດາກະຊວງຂະແໜງການ ແລະ ຄູ່ຮ່ວມພັດທະນາ ຈະໄດ້ປຶກສາຫາລື ໃນການກະກຽມກອງປະຊຸມໂຕະມົນ ປະຈຳປີ 2024, ຄວາມຄືບໜ້າຂອງ 10 ໜ່ວຍງານຂະແໜງການ ໃນການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມໂຕະມົນ ປະຈຳປີ 2023 ທີ່ຜ່ານມາ ແລະປະກອບສ່ວນຂອງໜ່ວຍງານຂະແໜງການ ໃນການຈັດຕັ້ງປະຕິບັດແຜນບູລິມະສິດຂອງຂະແໜງການ ກໍ່ຄືປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ແລະແຜນປີ 2025 ແລະການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງແຜນບຸລິມະສິດ ໃນການນຳມາໃຊ້ແຫຼ່ງທຶນ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ເຊິ່ງເປັນສິ່ງທ້າທາຍ ໃນທາມກາງບັນຍາກາດໂລກກໍາລັງປະເຊີນຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະໄພພິບັດ. ດັ່ງນັ້ນ, ພວກເຮົາຈະຕ້ອງຮ່ວມກັນສຸມທຸກແນວຄວາມຄິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວ ໃຫ້ບັນລຸໄດ້ຕາມຈຸດປະສົງເປົ້າໝາຍ.
ໃນກອງປະຊຸມ ໄດ້ລາຍງານຄວາມຄືບໜ້າ ໃນການກະກຽມຄວາມພ້ອມໃຫ້ແກ່ ການຈັດກອງປະຊຸມໂຕະມົນ ປະຈຳປີ 2024; ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ ຂອງບັນດາ 10 ໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໂດຍສະເພາະວຽກຂະບວນການໂຕະມົນ ແລະປຶກສາຫາລື ກ່ຽວກັບວຽກງານການກະກຽມຄວາມພ້ອມໃນການປ້ອງກັນ ແລະຕອບໂຕ້ໄພພິບັດ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຄະນະຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ໂດຍສະເໜີແຜນປະຕິບັດງານ ຜ່ານຂະບວນການປຶກສາຫາລື ໃນກອງປະຊຸມດ້ານວິຊາການ ແລະ ກຽມຄວາມໃດ້ານນະໂຍບາຍ, ປັບປຸງກົນໄກການປະສານງານ ລະຫວ່າງ ໜ່ວຍງານຂະແໜງການ ແລະຄູ່ຮ່ວມພັດທະນາ ໂດຍການປະຊຸມຄະນະຮັບຜິດຊອບຈາກຜູ້ຕາງໜ້າລັດຖະບານ, ຄູ່ຮ່ວມພັດທະນາ ບັນດາຄຳຄິດຄຳເຫັນທີ່ມີປະໂຫຍດຂອງຜູ້ເຂົ້າຮ່ວມກອງປະຊຸມ ແມ່ນຈະເຮັດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໜ່ວຍງານຂະແໜງການ ດີຂຶ້ນກວ່າເກົ່າ ແລະ ຈະຊ່ວຍໃນການປັບປຸງນະໂຍບາຍໃຫ້ມີປະສິດທິຜົນ.
ນອກຈາກນັ້ນ, ທ່ານ ນາງ ສີສົມບູນ ອຸນາວົງ ປະທານກອງປະຊຸມ ໄດ້ແຈ້ງໃຫ້ບັນດາແຂກຊາບວ່າກອງປະຊຸມປຶກສາຫາລື ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຈະຈັດຂຶ້ນກ່ອນກອງປະຊຸມໂຕະມົນ ປະຈຳປີ 2024 ເພື່ອເປັນເວທີໃນການປະກອບຄຳຄິດເຫັນຂອງບັນດາ ກະຊວງຂະແໜງການ ແລະຄູ່ຮ່ວມພັດທະນາ ໃນຮ່າງດັ່ງກ່າວ.
ທີ່ມາ: ເສດຖະກິດການຄ້າ





