ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມໃຫຍ່ການເມືອງ ປກສ ປາຖະກະຖາວັນສ້າງຕັ້ງພັກ

Mar 31, 2025

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ແລະ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ ໃນວັນທີ 31 ມີນາ 2025 ໂດຍການປາຖະກະຖາໂດຍ ສະຫາຍ ພົຕ ສຸວັນນີ ສີສຸພາບມີໄຊ ຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະປະຈຳພັກ-ຄະນະພັກກົມໃຫຍ່, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດກົມໃຫຍ່ການເມືອງ ເຂົ້າຮ່ວມ.
ສະຫາຍ ພົຕ ສຸວັນນີ ສີສຸພາບມີໄຊ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກ ຕະຫລອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງ ຕັ້ງພັກ ໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນໍາພາ-ຊີ້ນໍາ ເດັດດ່ຽວ, ມີວິທະຍາສາດ ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ທີ່ມີຈໍານວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫລາຍເທົ່າ, ແຕ່ດ້ວຍຄວາມສະຫລາດສ່ອງໃສ ແລະ ຄວາມມີໄຫວພິບຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການຊ່ວຍເຫລືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫລັງປົດປ່ອຍຊາດ ພັກເຮົາ ກໍໄດ້ນໍາພາປວງຊົນລາວດໍາເນີນການປົວແປງຮຳບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫລອດ 70 ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ ເຊິ່ງເຮັດໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີພາກພື້ນ ແລະ ສາກົນ ສູງຂຶ້ນເປັນກ້າວໆ.
ຈາກນັ້ນ, ໃນພິທີກໍໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນຄວາມສະຫງົບ ແລະ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫລວດ ຈໍານວນ 133 ສະຫາຍ, ຍິງ 42 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນເປັນຊັ້ນ ພັນໂທ 7 ສະຫາຍ, ຮ້ອຍເອກ ຂຶ້ນເປັນຊັ້ນ ພັນຕີ 35 ສະຫາຍ, ຍິງ 8 ສະຫາຍ, ຮ້ອຍໂທ ຂຶ້ນເປັນຊັ້ນ ຮ້ອຍເອກ 27 ສະຫາຍ, ຍິງ 10 ສະຫາຍ, ຮ້ອຍຕີ ຂຶ້ນເປັນຊັ້ນ ຮ້ອຍໂທ 31 ສະຫາຍ, ຍິງ 12 ສະຫາຍ, ວາທີ ຂຶ້ນເປັນຊັ້ນ ຮ້ອຍຕີ 10 ສະຫາຍ, ຍິງ 4 ສະຫາຍ, ສິບເອກ ຂຶ້ນເປັນຊັ້ນ ວາທີ 6 ສະຫາຍ, ຍິງ 4 ສະຫາຍ ແລະ ສິບໂທ ຂຶ້ນເປັນຊັ້ນ ສິບເອກ ຈໍານວນ 17 ສະຫາຍ, ຍິງ 4 ສະຫາຍ ໃຫ້ກຽດປະດັບຊັ້ນໂດຍ ສະຫາຍ ພົຕ ສຸວັນນີ ສີສຸພາບມີໄຊ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ.
ຂ່າວ-ພາບ: ຮອ ແກ້ວ ອຸເພັດ