ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມໃຫຍ່ຕໍາຫຼວດ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 70 ປີ

Mar 17, 2025

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ(22 ມີນາ 1955–22 ມີນາ 2025) ໃນວັນທີ 14 ມີນາ 2025, ໂດຍການປາຖະກະຖາຂອງ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ.
ການປາຖະກະຖາໃນຄັ້ງນີ້ ເພື່ອເປັນການທົບທວນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ພາຍໃຕ້ການນໍາພາຂອງພັກ ພ້ອມທັງລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກເຮົາ ເຂົ້າໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານໃນທົ່ວກົມໃຫຍ່ຕໍາຫຼວດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ພົຈວ ກອງສະຫວັດ ບຸນລ້ຽງ ໄດ້ຍົກໃຫ້ເຫັນວ່າ ຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ເຊິ່ງເປັນອົງການຈັດຕັ້ງທີ່ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ທີ່ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິ ຍົມເທື່ອລະກ້າວ. ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ເສດຖະກິດ-ສັງຄົມຂອງລາວດີຂຶ້ນຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນຢ່າງຕໍເນື່ອງ.
ຂໍ້ມູນ: ຄວສມສະຫງົບລາວ