ພັອ ແສງທອງ ເກື້ອບຸນລໍ້າ ຫົວໜ້າຫ້ອງການ ກົມໃຫຍ່ພາລະທິການ ຄະນະຮັບຜິດຊອບກອງເສນາທິການ ກົມໃຫຍ່ພາລະທິການ ກະຊວງ ປກສ ໃຫ້ສຳພາດວ່າ: ກົມໃຫຍ່ພະ ລາທິການ ໄດ້ແຈກຍ້າຍອຸປະກອນຈຳເປັນໃຫ້ແກ່ເຫຼົ່າຮົບວິຊາສະ ເພາະ ທີ່ເຮັດໜ້າທີ່ປ້ອງກັນຢູ່ບັນດາຈຸດຕ່າງໆໃນລະຍະທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, ແລະ 45 ເຊັ່ນ: ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງຍຸໂທປະ ກອນຕ່າງໆ ທີ່ຮັບໃຊ້ໃນວຽກງານວິຊາສະເພາະ ນັບທັງຍານພະຫະນະ. ໃນນີ້ຈຸດປ້ອງກັນປະຈຳຢູ່ສະພັງເມິກ ກໍເປັນຈຸດໜຶ່ງທີ່ກົມໃຫຍ່ພະລາທິການ ປກສ ໄດ້ແຈກຍາຍບັນດາຕູບພາກສະ ໜາມ, ຕຽງນອນ, ຄັນຫົ່ມ, ພັດລົມ ແລະ ເຄື່ອງອຸປະກອນອື່ນໆທີ່ຈຳເປັນ ໃຫ້ນາຍ ແລະ ພົນຕຳຫຼວດໃນກຳລັງ ປກສ ໄດ້ຊົມໃຊ້ ແລະ ເຊັ່ນດຽວກັບຈຸດປ້ອງກັນອື່ນໆ ໄດ້ຕອບສະໜອງອຸປະ ກອນໃຫ້ຢ່າງພຽງພໍ.
ກົມໃຫຍ່ພະລາທິການ ຍັງໄດ້ກຽມພ້ອມຍານພາຫະນະຕາມຄວາມຕ້ອງການ ໃນການຮັບ-ສົ່ງກໍາລັງໄປແຕ່ລະຈຸດ ແລະ ຮັບ ປະກັນທາງດ້ານຊິວິດການເປັນຢູ່ ແລະ ສຸຂະພາບ ຂອງອ້າຍ-ນ້ອງໃນກຳລັງ ປກສ ໂດຍມີແພດປະຈຳສະໜາມ ທັງນີ້ກໍເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ຮັບຜົນສຳເລັດຕາມຄາດໝາຍ.
ພາບ-ຂ່າວ: ບຸນພະຈັນ






