ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມກໍ່ສ້າງປ້ອງກັນຕາຝັ່ງເຈື່ອນດອນຖ້ຳເງິນ ເມືອງໄຊພູທອງ ໄລຍະ 1 ແລະ 2

Oct 5, 2024

ວັນທີ 4 ຕຸລາ 2024 ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງ(ຍທຂ) ແຂວງສະຫວັນນະເຂດ ໄດ້ຈັດພິທີເຊັນສັນ ຍາວ່າຈ້າງທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ບໍລິສັດຮັບເໝົາກໍ່ສ້າງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນດອນຖ້ຳເງິນ(ໄລຍະ 1 ແລະໄລຍະ 2) ບ້ານຄັນທ່າຈານ ເມືອງໄຊພູທອງ.
ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນດອນຖ້ຳເງິນ ໄລຍະ 1 ມູນ ຄ່າທັງໝົດ 46,56 ຕື້ກວ່າກີບ ໃນນີ້ ມູນຄ່າກໍ່ສ້າງ 45 ຕື້ກວ່າກີບ, ມູນຄ່າທີ່ປຶກສາ 1,08 ຕື້ກວ່າກີບ, ມູນຄ່າຄຸ້ມຄອງ 484 ລ້ານກວ່າກີບ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນດອນຖ້ຳເງິນ ໄລຍະທີ 2 ມີມູນຄ່າທັງໝົດ 43,53 ຕື້ກວ່າກີບ ໃນນີ້ ມູນຄ່າກໍ່ສ້າງ 42 ຕື້ກວ່າກີບ, ມູນຄ່າທີ່ປຶກສາ 1,04 ຕື້ກວ່າກີບ ແລະມູນຄ່າຄຸ້ມຄອງ 486 ລ້ານກວ່າກີບ.