ພິທີເຊັນສັນຍາໂຄງການກໍ່ສ້າງຫໍມູນເຊື້ອ ເມືອງນາແລ ແຂວງຫລວງນໍ້າທາ ລະຫວ່າງຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ ກັບ ບໍລິສັດແກ້ວດວງໃຈກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 10 ມີນາ 2025 ທີ່ຫ້ອງວ່າການປົກຄອງເມືອງນາແລ ຕາງໜ້າລົງນາມໂດຍ ທ່ານ ພົມພອນ ຈັນທະລາ ຮັກສາການຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງນາແລ (ເຈົ້າຂອງໂຄງການ) ແລະ ທ່ານ ຄໍາອິນ ຈອມສີວອນ ຫົວໜ້າບໍລິສັດແກ້ວດວງໃຈ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ (ຜູ້ຮັບເໝົາ), ມີທ່ານ ຄໍາພອຍ ແກ້ວບົວພາ ຮອງເຈົ້າເມືອງໆນາແລ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົມພອນ ຈັນທະລາ ຮັກສາການຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ ໄດ້ກ່າວວ່າ: ໂຄງການດັ່ງກ່າວຈະໃຊ້ເວລາກໍ່ສ້າງ 12 ເດືອນ ເຊິ່ງເລີ່ມກໍ່ສ້າງໃນເດືອນ ມີນາ 2025 ຫາເດືອນ ມີນາ 2026, ມູນຄ່າ 1,1 ຕື້ກີບ ໂດຍແມ່ນບ້ວງເງິນເກີນແຜນຂອງແຂວງ ປະຈໍາປີ 2023.
ໂອກາດດັ່ງກ່າວ, ທ່ານ ຄໍາພອຍ ແກ້ວບົວພາ ໄດ້ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງ ທີ່ໄດ້ພ້ອມພາກັນຍາດແຍ່ງແຫລ່ງທຶນ ເພື່ອມາສ້າງສາພັດທະນາພື້ນຖານໂຄງລ່າງ ເມືອງນາແລ ພ້ອມທັງໄດ້ເນັ້ນໃຫ້ເຈົ້າຂອງໂຄງການ, ຄະນະຮັບຜິດຊອບລົງຊຸກຍູ້, ສົ່ງເສີມ, ຕິດຕາມການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາ, ສ່ວນບໍລິສັດຜູ້ຮັບເໝົາ ຕ້ອງຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມບົດສະເໜີໂຄງການ ແລະ ຮັບປະກັນດ້ານຄຸນນະພາບ. ຈົ່ງພ້ອມພາກັນປະຕິບັດຕາມບົດບັນທຶກສັນຍາ ໂດຍສະເພາະຂອດປະສານງານ ລະຫວ່າງເຈົ້າຂອງໂຄງການ ກັບບໍລິສັດຮັບເໝົາກໍ່ສ້າງ ເພື່ອໃຫ້ການກໍ່ສ້າງໄດ້ຮັບຜົນດີ ມີຄຸນນະພາບ ແລະ ສໍາເລັດລົງຕາມກໍານົດເວລາ.
ຂ່າວ: ຄໍາໝອນ ແອງນີຄຸມ



