ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເມື່ອບໍ່ດົນມານີ້, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ ໃຫ້ຮູ້ກ່ຽວກັບການພັດທະນາຊົນນະບັດ ແລະ ແກ້ໄຂຄວາມທຸກຍາກ ວ່າ: ໃນປີ 2024, ນະຄອນຫລວງວຽງຈັນ ໄດ້ສໍາເລັດການຈັດກອງປະຊຸມທົບທວນຄືນ ດໍາລັດ 348/ລບ ແລະ ຝຶກອົບຮົມການເດີນສໍາຫຼວດ ຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ, ກະກຽມເອກະສານ ເພື່ອຂໍໃບຢັ້ງຢືນຈາກ ລັດຖະບານ ເມືອງເຂັ້ມແຂງຮອບດ້ານ 2 ເມືອງ ຄື: ເມືອງ ນາຊາຍທອງ ແລະ ເມືອງ ສັງທອງ.
ໂດຍລວມແລ້ວເຫັນວ່າ ໃນຈໍານວນ 3 ຄາດໝາຍ ທີ່ຕິດພັນກັບດ້ານພັດທະນາຊົນນະບັດ ແລະ ແກ້ໄຂຄວາມທຸກຍາກ ມີ 2 ຄາດໝາຍ ຄາດວ່າຈະສາມາດບັນລຸໄດ້ຕາມແຜນ ແລະ ມີ 1 ຄາດໝາຍ ຄາດວ່າຈະບໍ່ສາມາດບັນລຸໄດ້ ຄື: ການຈັດຕັ້ງປະຕິບັດ ແກ້ໄຂຄອບຄົວທຸກຍາກ ປະຕິບັດໄດ້ 1,129 ຄອບຄົວ ເທົ່າກັບ 55.67% (ມະຕິສະພາ ໃຫ້ໄດ້ 2,028 ຄອບຄົວ); ສ້າງຄອບຄົວພັດທະນາໄດ້ 1,519 ຄອບຄົວ ເທົ່າກັບ 12.89% (ມະຕິສະພາ ໃຫ້ໄດ້ 11,787 ຄອບຄົວ); ສ້າງບ້ານພັດທະນາໄດ້ 26 ບ້ານ, ເທົ່າກັບ 25% (ມະຕິສະພາ ໃຫ້ໄດ້ 104 ບ້ານ), ການສ້າງເມືອງເຂັ້ມແຂງຮອບດ້ານ 1 ເມືອງ.



