ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຄວາມພ້ອມດ້ານຕ່າງໆ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018

Jun 14, 2024

ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດລະດັບຊາດ ເພື່ອຮັບຟັງການລາຍງານການກະກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018 ໃນວັນທີ 13 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກຳມະການອະໄພຍະໂທດລະດັບຊາດ.
ກອງປະຊຸມໄດ້ປຶກສາຫລາລື ແລະ ປ່ຽນຄຳຄິດຄຳເຫັນ ເພື່ອກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018 ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ ບັນດາທ່ານໃນຄະນະກໍາມະການອະໄພຍະໂທດລະດັບຊາດ ໃນການນໍາພາ-ຊີ້ນໍາ ການລົງເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະກໍາມະການອະໄພຍະໂທດ ຂັ້ນທ້ອງຖິ່ນ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ເພື່ອໃຫ້ສອດຄ່ອງໃນການ ຈັດຕັ້ງປະຕິບັດຕົວຈິງ.
ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ສືບຕໍ່ຍົກສູງຄວາມຮັບ ຜິດຊອບ ໃຫ້ກອງເລຂາກະກຽມເນື້ອໃນ, ງົບປະມານ ແລະ ຄວາມພ້ອມດ້ານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ ບັນດາທ່ານທີ່ໄດ້ຮັບມອບໝາຍ ໄດ້ລົງເຄື່ອນໄຫວສໍາເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ກອງເລຂາ ຊ່ວຍວຽກເອົາໃຈໃສ່ໃນຕິດຕາມ, ສັງຮວມເອົາການປະກອບຄໍາຄິດຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເພື່ອມາສະຫລຸບ ແລະ ລາຍງານ ຕໍ່ຄະນະຊີ້ນໍາລວມ.
ພາບ: ຂັນໄຊ, ຂປລ
May be an image of 6 people and text