ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຫາ 24 ມັງກອນ 2025 ທີ່ຫ້ອງປະຊຸມສະໂມສອນໃຫຍ່ເມືອງອະນຸ ວົງ.
ທ່ານ ບີເຮີ່ ຮອງເລຂາທິການ ສະພາປະຊາຊົນ ແຂວງໄຊສົມບູນ ຖະແຫຼງຂ່າວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະ ນາ ແລະ ຮັບຮອງເອົາວຽກງານທີ່ສໍາຄັນຂອງແຂວງ ມີດັ່ງນີ້:
I. ວຽກງານຂອງອົງການປົກຄອງແຂວງ ມີ ດັ່ງນີ້:
1) ບົດລາຍງານຂອງທ່ານເຈົ້າແຂວງໄຊສົມບູນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2024 ຕິດພັນກັບດຳລັດ 414/ລບ ແລະ ວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທິດທາງແຜນການ ປະຈຳປີ 2025:
2) ບົດລາຍງານ ຂອງພະແນກແຜນການ ແລະ ການລົງທືນກ່ຽວກັບການຈັດຕັ້ງປະຕິບັດໂຄງການ ລົງທຶນຂອງລັດ ປະຈໍາປີ 2024 ແລະ ແຜນການຈັດຕັ້ງປະຕິບັດ ປະຈຳປີ 2025;
3) ບົດລາຍງານຂອງພະແນກການເງິນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ແລະ ແຜນ ການປະຈຳປີ 2025 ຕິດພັນກັບແຜນການຈັດສັນງົບປະມານແຫ່ງລັດ ໃຫ້ບັນດາ ພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ;
4) ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບຜົນການ ປະເມີນຕາມດຳລັດ 348/ລບ ວ່າດ້ວຍ ມາດຕະຖານການພົ້ນທຸກ ແລະ ມາດຕະຖານການພັດທະນາທົ່ວແຂວງໄຊສົມບູນ ປະຈຳປີ 2023-2024 ແລະ ການແກ້ໄຂຄວາມທຸກຍາກ ປະຈຳປີ 2025;
5) ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງໄຊສົມບູນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025;
6) ຄົ້ນຄວ້າພິຈາລະນາສະເໜີແຕ່ງຕັ້ງບຸກຄະລາກອນຂອງອົງ ການປົກຄອງແຂວງໄຊສົມບູນ ຈໍານວນ 2 ທ່ານ.
II. ວຽກງານຂອງອົງການກວດສອບປະຈຳພາກກາງ ແລະ ອົງ ການກວດກາລັດ ແຂວງໄຊສົມບູນ ດັ່ງນີ້:
1) ບົດລາຍງານການຈັດຕັ້ງປະຕິບັດແຜນການ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ແລະ ຜົນການກວດສອບ ປະ ຈຳປີ 2024 ຂອງອົງການກວດສອບປະຈຳພາກກາງ 1
2) ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາລັດ ປະ ຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານກວດກາລັດ ປະຈຳປີ 2025.
III. ວຽກງານຂອງອົງການຕຸລາການ ມີດັ່ງນີ້:
1) ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 (ຕາມມະຕິຮັບຮອງຂອງສະພາປະຊາຊົນ ແຂວງສະບັບເລກທີ 0068/ສພຂ-ຊບ, ລົງວັນທີ 29/2/2024) ແລະ ທິດທາງແຜນແຜນ ການເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງການໄອຍະການປະຊາຊົນແຂວງໄຊສົມບູນ;
2) ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 (ຕາມມະຕິຮັບຮອງຂອງສະພາປະຊາຊົນ ແຂວງສະບັບເລກທີ 0069/ສພຂ-ຊບ, ລົງວັນທີ 29/2/2024) ແລະ ທິດທາງແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2025 ຂອງສານປະຊາຊົນແຂວງໄຊສົມບູນ.
IV. ວຽກງານສະພາປະຊາຊົນແຂວງໄຊສົມບູນ ມີ ດັ່ງນີ້:
1) ບົດລາຍງານຂອງສະພາປະຊາຊົນແຂວງໄຊສົມບູນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2025;
2) ບົດປະກອບຄໍາເຫັນຄະນະປະຈຳສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025;
3) ບົດປະກອບຄໍາເຫັນຄະນະປະຈຳສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາ ປີ 2024 ແລະ ທິດທາງແຜນການ ປະຈຳປີ 2025;
4) ບົດປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງ ຕໍ່ການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງສະພາປະຊາຊົນແຂວງໄຊສົມບູນ.
ນອກຈາກນີ້ ກອງປະຊຸມຈະພິຈາລະນາຮັບຮອງເປັນມະຕິຈຳນວນ12 ສະບັບ. ສາຍດ່ວນຮັບເອົາຄໍາຄິດຄໍາເຫັນ ແລະ ຄໍາສະເໜີ ຂອງປະຊາຊົນທີ່ສົ່ງມາຍັງກອງປະຊຸມ. ໂທລະສັບສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊ ສົມບູນ ຊຸດທີ II ຫຼື ໂທລະສັບມືຖືໝາຍເລກ: 026 156 ໃນໂມງລັດຖະການ.



