ກຽມຈັດການແຂ່ງຂັນກິລາບານເຕະບານນັກຮຽນມັດທະຍົມສຶກ ສາທົ່ວປະເທດ ຊິງຂັນກະຊວງສຶກສາທິ ການ ແລະ ກິລາ ຄັ້ງທີ VII
ການແຂ່ງຂັນກິລາບານເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຊິງຂັນກະຊວງສຶກສາທິການ ແລະ ກິ ລາ ຄັ້ງທີ່ VII Copa Coca-Cola Laos 2024 ຈະເລີ່ມຂຶ້ນໃນ ວັນທີ 21 ຕຸລາ ນີ້. ເຊິ່ງແມ່ນສະຖາບັນກິລາກາຍະກຳ, ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບັອດຕ ລິງ ຈຳກັດ ໂດຍມີ ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕນິກ ເປັນຜູ້ຮັບຜິດຊອບປະສານງານຈັດການ.

ງານຖະແຫລງຂ່າວກ່ຽວກັບການຈັດແຂ່ງຂັນດັ່ງກ່າວຈັດຂຶ້ນໃນຕອນບ່າຍວັນທີ 16 ຕຸລາ 2024 ທີ່ຫ້ອງປະຊຸມຄະນະກໍາ ມະການໂອແລມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ແສງພອນ ພົນອາມາດ ເລຂາທິການ, ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ສຸລິວັນ ເຊີນວິໄລ, ຜູ້ອຳນວຍ ການສະຖາບັນກິລາ-ກາຍຍະກຳ, ຫົວໜ້າກຳມະ ການເຕັກນິກ, ທ່ານ ໄພບູນ ລັດຕະນະພຽນ ຜູ້ອໍານວຍການຝ່າຍຂາຍ ບໍລິສັດ ລາວ ໂຄຄາ-ໂຄລາ ບອັດຕລິງ ຈຳກັດ, ພ້ອມ ດ້ວຍຕາງໜ້າບໍລິການໃຫ້ການສະໜັບສະໜູນ ແລະ ແຂກຮັບ ເຊີນ ເຂົ້າຮ່ວມ.
ທ່ານ ສຸລິວັນ ເຊີນວິໄລ ໃຫ້ຮູ້ວ່າ: ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນທີ່ມີພອນສະຫວັນດ້ານກິລາບານເຕະ ທັງຍິງ ແລະ ຊາຍ ໄດ້ສະແດງຄວາມສາມາດໃນການແຂ່ງຂັນ, ຖືກຄັດເລືອກເຂົ້າຝຶກຊ້ອມ ກ້າວສູ່ນັກກິລາທີມຊາດ ແລະ ອາຊີບໃນອານາຄົດ ພ້ອມເປັນກິດຈະກຳທີ່ຊ່ວຍໃນການແກ້ໄຂປະກົດການຫຍໍ້ທໍ້ທາງ ສັງຄົມ. ການແຂ່ງຂັນດັ່ງກ່າວ ມີ 146 ທີມຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນ ໂດຍກໍານົດ ເອົານັກຮຽນມັດ ທະຍົມສຶກສາໃນທົ່ວປະເທດທັງທີມຍິງ ແລະ ທີມຊາຍ ທີ່ມີອາຍຸບໍ່ເກີນ 17ປີ ເພື່ອຄັກເລືອກຫານັກກິລາທົ່ວທຸກພາກຂອງປະເທດລາວ ໂດຍແບ່ງອອກເປັນ 3 ເຂດ ຄື: ເຂດພາກເໜືອ, ນະຄອນຫລວງວຽງຈັນ ແລະ ພາກກາງ-ໃຕ້ ເພື່ອຄັດເອົາ 8 ທີມຊາຍ ແລະ 4 ທີມຍິງ ເຂົ້າແຂ່ງຂັນໃນຮອບທົ່ວປະ ເທດ. ສ່ວນເວລາ ແລະ ສະຖານທີ່ແຂ່ງຂັນແຕ່ລະພາກ ມີດັ່ງນີ້:
– ພາກເໜືອ: ແຂ່ງຂັນຢູ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 16-18 ພະຈິກ 2024 ມີທັງໝົດ 12ທີມ ລວມມີ 8ທີມ ຊາຍ ແລະ 4ທີມຍິງ ເຊິ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ.
– ນະຄອນຫລວງວຽງຈັນ: ແຂ່ງຂັນຮອບຄັດເລືອກ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ລະຫວ່າງວັນທີ 21 ຕຸລາ-11 ພະຈິກ 2024 ມີທັງໝົດ 123 ທີມ (ທີມຍິງ ແລະ ທີມຊາຍ) ນໍາໃຊ້ 4 ສະໝາມໃນການແຂ່ງຂັນ (ສະໝາມກິລາລ້ານຊ້າງສະເຕດ້ຽມ ໜອງໄຮ, ສະໝາມ ກິລາສະຖາບັນກິລາ-ກາຍະກຳ, ສະໜາມກິລາປົກຄອງເມືອງສັງທອງ ແລະ ສະໜາມກິລາປົກຄອງເມືອງ ປາກງື່ມ) ເພື່ອຄັດເລືອກເອົາ 4 ທີມຊາຍ ແລະ 2 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ.
– ພາກກາງ-ໃຕ້: ແຂ່ງຂັນກັນຢູ່ແຂວງສະຫວັນນະເຂດ ມີ ທັງໝົດ 11 ທີມ ລວມ ມີ 7 ທີມຊາຍ ແລະ 4ທີມຍິງ ເຊິ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວ ປະເທດ ທີ່ນະຄອນຫຼວງວຽງຈັນ.
ສໍາລັບເງິນລາງວັນການແຂ່ງຂັນ ມີດັ່ງນີ້:
– ລາງວັນທີ 1: ຂັນໜຶ່ງໜ່ວຍ, ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 50,000,000 ກີບ, ມີຜະລິດຕະ ພັນອື່ນໆ 20,000,000 ກີບ ລວມມູນຄ່າທັງໝົດ 70.000.000 ກີບ.
– ລາງວັນທີ 2: ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 30,000,000 ກີບ, ມີຜະລິດຕະພັນອື່ນໆ 10,000,000 ກີບ ລວມມູນຄ່າທັງໝົດ 40.000.000 ກີບ.
– ລາງວັນທີ 3: ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 15,000,000 ກີບ, ມີຜະລິດຕະພັນອື່ນໆ 5,000,000 ກີບ ລວມມູນຄ່າທັງໝົດ 20.000.000 ກີບ.






