ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດການແຂ່ງຂັນຢູໂດ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 13

Oct 22, 2024

ການຖະແຫລງຂ່າວ ຈັດຂຶ້ນວັນທີ 21 ຕຸລາຜ່ານມາ ທີ່ສູນບູໂດ້ ລາວ-ຍີ່ປຸ່ນ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ຄໍາບໍ່ ສີປະເສີດ ຮອງປະທານ ແລະ ເປັນເລຂາທິການສະຫະພັນກິລາຢູໂດ້ແຫ່ງຊາດລາວ, ພ້ອມຄະນະຄູຝຶກ, ນັກກິລາ ຜູ້ໃຫ້ການອຸປະຖໍາ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ຄໍາບໍ່ ສີປະເສີດ ກ່າວວ່າ: ການແຂ່ງຂັນຢູໂດ້ຊິງແຊ້ມທົ່ວປະເທດຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ສ້າງເວທີ ແລະ ໂອກາດໃຫ້ນັກກິລາໄດ້ທົດສອບຄວາມສາມາດ ແລກປ່ຽນທັກສະ ປະສົບການ ພັດທະນາສີມື ທັງເປັນການເລືອກເຟັ້ນເອົານັກກິລາທີ່ມີພອນສະຫວັນ ກ້າວເຂົ້າເປັນນັກກິລາທີມຊາດໃນອະນາຄົດ ແລະ ທີ່ສໍາຄັນແມ່ນໃຫ້ນັກກິລາ ໄດ້ມີເວທີແຂ່ງຂັນ ເປັນປະຈໍາໃນທຸກໆປີ ພ້ອມທັງເປັນການເຜີຍແຜ່ກົດກະຕິກາໃໝ່ໆທີ່ຮອງ ຮັບລະດັບສາກົນ ລວມທັງ ເຕັກນິກຍຸດທະວິທີ ແລະ ກົດລະ ບຽບ ເພື່ອກຽມພ້ອມໃສ່ການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໂດຍແນ່ໃສ່ການກຽມຄວາມພ້ອມ ເຂົ້າຮ່ວມຊິງໄຊ ໃນງານຊີເກມ ຄັ້ງທີ 33 ທ້ານປີ 2025 ທີ່ປະເທດໄທ ແລະ ເຂົ້າຮ່ວມລາຍການອື່ນໆ ເພື່ອຍົກລະດັບຂີດຄວາມສາມາດຂອງນັກກິລາຢູໂດ້ລາວ ຂື້ນເທື່ອລະກ້າວ.
ການແຂ່ງຂັນ ຢູໂດ້ ທົ່ວປະເທດຄັ້ງນີ້ ມີນັກກິລາເຂົ້າຮ່ວມ 139 ຄົນ ຈາກ 13 ສະໂມສອນເຂົ້າຮ່ວມ ໃນນັ້ນ ມີນັກກິລາສະໂມສອນຕ່າງໆໃນນະຄອນຫລວງວຽງຈັນ 4 ສະໂມສອນ, ຈາກແຂວງສະຫວັນນະເຂດ 1 ສະໂມສອນ ແລະ ຈາກປະເທດໄທ ເພື່ອນບ້ານ ເຖິງ 8 ສະໂມສອນ ແຂ່ງຂັນທັງໝົດ 59 ລາຍການຄື: .
1. ປະເພດຕໍ່ສູ້ ຮຸ່ນອານຸຊົນ ອາຍຸ 8-12 ປີ ມີ: ຊາຍ 6 ລຸ້ນນໍ້າໜັກ, ຍິງ 6 ລຸ້ນນໍ້າໜັກ
2. ປະເພດຕໍ່ສູ້ ຮຸ່ນເຍົາວະຊົນ ອາຍຸ 13-14 ປີ ມີ: ຊາຍ 6 ລຸ້ນນໍ້າໜັກ, ຍິງ 6 ລຸ້ນນໍ້າໜັກ
3. ປະເພດຕໍ່ສູ້ ອາຍຸ 15-18 ປີ ປະກອບມີ: ຊາຍ 7 ລຸ້ນນໍ້າໜັກ, ຍິງ 7 ລຸ້ນນໍ້າໜັກ
4. ປະເພດທົ່ວໄປ ອາຍຸ 19 ປີຂື້ນໄປ ປະກອບມີ: ຊາຍ 7 ລຸ້ນນໍ້າໜັກ, ຍິງ 7 ລຸ້ນນໍ້າໜັກ
5. ປະເພດທີມ ອາຍຸ 15 ຂື້ນໄປ ປະກອບມີ: ຊາຍ 3 ລຸ້ນນໍ້າໜັກ, ຍິງ 2 ລຸ້ນນໍ້າໜັກ
6. ປະເພດຟ້ອນ ກະຕະ ປະກອບມີ 2 ລາຍການຄື: ກະຕະຍິງ ແລະ ຊາຍ
ນອກຈາກນີ້ ຍັງມີຂັນລາງວັນ 10 ຂັນ ໃຫ້ແກ່ ນັກກິລາດີເດັ່ນ, ຄູຝືກດີເດັ່ນ ແລະ ສະໂມສອນດີເດັ່ນອີກດ້ວຍ.
ພາຍໃນງານ ຍັງຈະຈັດໃຫ້ມີຕະຫຼາດນັດ ລາວ-ຢິ່ປຸ່ນ ເພື່ອຕ້ອນຮັບວັນຢູໂດ້ໂລກ. ຈະມີບູດສີນຄ້າ ອາຫານ ແລະ ເຄື່ອງດື່ມ ໄວ້ຄ່ອຍບໍລິການ, ພິເສດປີນີ້ ສະຫະພັນກິລາຢູໂດ້ແຫ່ງຊາດລາວ ໄດ້ຮັບການຍ້ອງຍໍ ຈາກກະຊວງການຕ່າງປະເທດຢິ່ປຸ່ນ ໃນການປະກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຢິ່ປຸ່ນ ແລະ ລາວ ເປັນເວລາຍາວນານ, ເຊີ່ງເປັນທີ່ພາກພຸມໃຈ ໃຫ້ແກ່ ສະຫະພັນກິລາຢູໂດ້ແຫ່ງຊາດລາວ.
Photo: ຟອງສະໝຸດ ພັນທະນຸວົງ