ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ທີ່ເມືອງໄຊທານີ ໃນເດືອນທັນວາ

Nov 30, 2024

ພິທີຖະແຫຼ່ງຂ່າວການກະກຽມຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະກຳຄັ້ງທີ VIII ປະຈຳປີ 2024 ຂອງເມືອງໄຊທານີ ນະຄອນຫລວງວຽງ ຈັດຂຶ້ນໃນວັນທີ 29 ພະຈິກ 2024 ທີ່ຫ້ອງວ່າການປົກຄອງເມືອງໄຊທານີ ໂດຍການຖະແຫຼງຂອງທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງໄຊທານີ.
ທ່ານ ວຽງຄຳ ສີຫາໂຄດ ໃຫ້ຮູ້ວ່າ: ສິນຄ້າທີ່ຈະເຂົ້າຮ່ວມວາງສະ ແດງ ແລະ ຂາຍໃນງານຄັ້ງນີ້ ແມ່ນຜົນງານການຜະລິດສິນຄ້າໂອ
ດ໋ອບຂອງເມືອງ ແລະ ເມືອງອ້ອມຂ້າງ ຕ່າງແຂວງ ແລະ ສິນຄ້າຄ້າຈາກຄອບຄົວຕົວແບບທີ່ເປັນໜໍ່ ແໜງຜະລິດເປັນສີນຄ້າຂອງແຕ່ລະບ້ານມີ 65 ຫົວໜ່ວຍ ຜົນຜະລິດຈາກບັນດາໂຮງຈັກ ໂຮງງານ ໂຮງຊ່າງຫັດຖະກຳ ແລະ ອຸດສາຫະກຳ 20 ຫົວ ໜ່ວຍ ຜົນງານການຜະລິດຈາກບັນດາຫົວໜ່ວຍທຸລະກິດ ບໍລິສັດ ແລະ ການຄ້າ-ການບໍລິການທົ່ວ ໄປ 30 ຫົວໜ່ວຍ.
ນອກຈາກນີ້ ຍັງຈະມີກິດຈະກຳກິລາ ວັນນະຄະດີ ຕ່າງໆ ລວມທັງການສະແດງບຸນກອງເຂົ້າ ສະແດງງົວງາມ-ຄວາຍງາມ ທີ່ເປັນຜົນງານຂອງຊາວກະສິກອນພາຍໃນ ເມືອງໄຊທານີຕື່ມອີກ.
ງານຕະຫຼາດນັດດັ່ງກ່າວ ຈະຈັດຂຶ້ນລະຫວ່າງວັນທີ 18-23 ທັນວາທີ່ຈະມາເຖິງນີ້ ທີ່ເດີ່ນດ້ານໜ້າຂອງສະໜາມກີລາຫຼັກ 16.
ໃນຕອນທ້າຍຂອງພິທີທ່ານ ໜູຄຳ ພັນທະວົງ ໄດ້ມອບເງິນສະໜັບສະໜູນງານຕະຫຼາດນັດດັ່ງກ່າວຈຳນວນ 120.000.000 ກີບ ທະນາຄານພັດທະນາລາວ ສາຂາດອນໜູນຈຳນວນ 3.000.000 ກີບ.
ຂໍ້ມູນ-ພາບ: ວຽງຈັນໃໝ່
See Translation