ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານບຸນກາເຟ-ຊາ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025

Feb 7, 2025

ກຽມຈັດງານບຸນກາເຟ-ຊາ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025
ງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025 ຈະຈັດຂຶ້ນທີ່ອະນຸສາວະລີ ສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໃນວັນທີ 8-10 ກຸມພາ 2025.
ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງໆປາກຊ່ອງໃຫ້ສຳພາດວ່າ: ພາຍໃນງານມີຫຼາຍກິດຈະກຳສຳຄັນປິ່ນອ້ອມຄື: ວັນທີ 6 ກຸມພາ ມີການ(ຕັ້ງກອງບຸນ ແລະ ຕົບແຕ່ງເຄື່ອງໄຊຍະທານ) ແລະ ພິທີໂມບຸນທີ່ອະນຸສາວະລີ ອຸທິດແດ່ດວງວິນຍານ ທ່ານ ສີທົນ ກົມມະດໍາ ແລະ ການປະກວດ ນາງ ສາວທິດາກາເຟ-ຊາ ປີ 2025, ວັນທີ 7 ກຸມພາ ມີພິທີຕັກບາດ ຖວາຍສັງຄະທານ (ພະສົງ 9 ອົງ) ແລະ ກະກຽມສະຖານທີ່ວາງສະແດງສິນຄ້າ,ຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າ ໂອດ໋ອບ,ຊົມການແຂ່ງຂັນມວຍລາຍລາວ, ວັນທີ 8 ກຸມພາ ເປີດສະຖານທີ່ຮ້ານວາງສະແດງສິນຄ້າໃຫ້ມວນຊົນທ່ຽວຊົມ,ແຂກພາຍໃນ ແລະ ຕ່າງປະເທດ ທ່ຽວຊົມແຫຼ່ງທ່ອງທ່ຽວພາຍໃນເມືອງ ແລະ ງານປະກວດ ບົດຟ້ອນ, ບົດເພງ, ມັດທະຍົມ ທົ່ວເມືອງ,
ນອກຈາກນີ້ ຈະມີພິທີເປີດງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ ປີ2025 ຢ່າງເປັນທາງການ, ມີການເຊີນຊວນແຂກພາຍໃນ ແລະ ຕ່າງປະເທດ ທ່ຽວຊົມແຫຼ່ງທ່ອງທ່ຽວພາຍໃນເມືອງ,ວັນທີ 9 ກຸມພາ ມີປະກວດບົດຟ້ອນ, ບົດເພງ ປະຖົມທົ່ວເມືອງກອງປະຊຸມສໍາມະນາວິທະຍາສາດກາເຟ -ຊາ, ຊົມການແຂ່ງຂັນ, ຂົ້ວ, ຊົງ,ຊິມ ກາເຟ ຈາກພາກສ່ວນຕ່າງໆ. ວັນທີ 10 ກຸມພາ ພິທີປິດງານ ແລະ ມອບລາງວັນໃຫ້ແກ່ຂະບວນການແຂ່ງຂັນສິລະປະ, ກິລາ ຜູ້ຊະນະແການແຂ່ງຂັນ ຂົ້ວ, ຊົງ, ຊິມ ກາເຟ.
ຈຸດປະສົງເພື່ອຊຸກຍູ້ສົ່ງເສີມການຜະລິດ,ປຸງແຕ່ງ ແລະ ຊອກຕະຫຼາດຈຳໜ່າຍກາເຟ – ຊາ,ຜົນຜະລິດກະສິກຳໃຫ້ກ້ວາງຂວາງ, ຜົນຜະລິດມີຄຸນນະພາບ ເປັນທີ່ຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ ທັງເປັນການຊຸກຍູ້ສົ່ງເສີມການຄ້າ,ການລົງລົງທຶນ ແລະ ການທ່ອງທ່ຽວໃຫ້ຂະຫຍາຍຕົວ.ເຊິ່ງເທດສະການບຸນກາເຟ – ຊາ ຂອງຊາວເມືອງປາກຊ່ອງ ແມ່ນ ໜຶ່ງໃນ 12 ກິດຈະກຳທີ່ກຳນົດເຂົ້າໃນກິດຈະກຳການທ່ອງທ່ຽວຂອງແຂວງຈຳປາສັກອີກດ້ວຍ.
Cr: ສະໜາ ແກ້ວສຸວັນນະແສງ