ກອງປະຊຸມຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງແຂວງໄຊຍະບູລີປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ.
ກອງປະຊຸມ ໄດ້ຮັບຟັງຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1644/ຈຂ.ຊຍ ລົງວັນທີ 25 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງ ແຂວງໄຊຍະບູລີ ປະຈໍາປີ 2024 ຊຶ່ງໄດ້ກໍານົດໃຫ້ມີ 8 ອະນຸກໍາມະການຄື: ຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການເນື້ອໃນ-ກອງເລຂາ, ອະນຸກໍາມະການຮັບແຂກ, ອະນຸກໍາມະການເສດຖະກິດ, ອະນຸກໍາມະການພິທີກໍາທາງສາສະໜາ, ອະນຸກໍາມະການສະຖານທີ່ ແສງ-ສີ-ສຽງ ປະດັບປະດາ ແລະ ປະຊາສໍາພັນ, ອະນຸກໍາມະການປ້ອງກັນ, ອະນຸກໍາມະການຮັກສາສຸຂະ ພາບ ແລະ ເຫດສຸກເສີນ.
ຈຸດປະສົງກອງປະຊຸມ ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1644/ຈຂ.ຊຍ ລົງວັນທີ 25 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການ ກະກຽມ ແລະ ຈັດງານບຸນຫໍຫຼັກເມືອງ ແຂວງໄຊຍະບູລີ ປະຈໍາປີ 2024 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 7-15 ພະຈິກ 2024. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ+ພາບ: ຄໍາໝັ້ນ






