ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານປະກວດ ນາງສາວສິ່ງແວດລ້ອມ ໃນວັນທີ 19 ກໍລະກົດນີ້

Jul 11, 2024

ພິທີຖະແຫຼງຂ່າວກ່ຽວກັບການກະກຽມຈັດງານປະກວດ ນາງສາວສິ່ງແວດລ້ອມ (MISS EARTH LAOS 2024) ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ທີ່ໂຮງແຮມລາວເທວ ນະຄອນຫລວງວຽງຈັນ. ມີ ທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໃນນາມປະທານກິດຕິມະສັກທີ່ປຶກສາຈັດງານປະກວດນາງງາມສິ່ງແວດລ້ອມລາວ 2024; ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ທ່ານ ນາງ ວົງຈັນ ບົວແພງ ປະທານຈັດງານປະກວດນາງງາມສິ່ງແວດລ້ອມລາ 2024; ພ້ອມດ້ວຍບັນດາບໍລິສັດຜູ້ສະໜັບສະໜູນ, ແຂກຮັບເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ພາຍໃນງານໄດ້ມີການເດີນແນະນໍາຕົວຂອງນາງສາວທີ່ຜູ້ເຂົ້າປະກວດ MISS EARTH LAOS 2024 ຈຳນວນ 16 ນ້ອງເຊິ່ງມາຈາກບັນດາແຂວງໃນທົ່ວປະເທດ ໂດຍມີກຳນົດຈັດພິທີປະກວດຮອບຕັດສິນສຸດທ້າຍໃນວັນທີ 19 ກໍລະກົດ 2024ນີ້ ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ.
ພາຍຫຼັງການປະກວດສໍາເລັດຜູ້ທີ່ຜ່ານການຄັດເລືອກຈະກາຍເປັນຕົວແທນ MISS EARTH LAOS 2024 ໄປປະກວດຢູ່ປະເທດຟີລິບປິນຮ່ວມກັບສາວງາມທີ່ມາຈາກຫຼາຍປະເທດໃນໂລກ.