ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 8 ປະຈຳປີ 2024

Mar 12, 2024

ເມື່ອວັນທີ 6 ມີນາ 2024 ທີ່ສະມາຄົມເຟີນິເຈີລາວ. ທ່ານ ທອງດຳ ສີຫາມາຍາ ປະທານສະມາຄົມເຟີນີເຈີລາວ ໄດ້ນຳພາຄະນະຈັດພິທີຖະແຫຼງຂ່າວກະກຽມການຈັດງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 8 ປະຈຳປີ 2024 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 23-31 ມີນາ 2024 ນີ້ ທີ່ສູນການຄ້າລາວໄອ-ເຕັກ (ຕຶກເກົ່າ ) ນະຄອນຫຼວງວຽງຈັນ.
ການຈັດງານຄັ້້ງນີ້ ເພື່ອເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ເປັນການກະຕຸ້ນເສດຖະກິດ, ສົ່ງເສີມການທ່ອງທ່ຽວລາວ 2024 ທີ່ສຳຄັນກໍແມ່ນເປັນການສ້າງສິນຄ້າເຟີນນິເຈີລາວໃຫ້ມີການຜະລິດ ແລະ ຕະຫຼາດຈຳໜ່າຍກວ້າງຂວາງຂຶ້ນບໍ່ສະເພາະຢູ່ພາຍໃນ ກໍຄືຕ່າງປະເທດ ເພື່ອປະກອບສ່ວນເພີ່ມຈຳນວນຕົວເລກການສົ່ງອອກສິນຄ້າລາວ ນຳເງິນເງິນຕາເຂົ້້າມາລາວໃຫ້ຫຼາຍຂຶ້ນໃນອານາຄົດ ພ້ອມດຽວກັນນີ້ ຍັງ ເປັນການສົ່ງເສີມການສ້າງວຽກເຮັດງານທຳ ແລະ ສີໄມ້ລາຍມືຂອງຄົນລາວເຮົານຳອີກ.
ພາຍໃນງານດັ່ງກ່າວ ຈະມີການວາງສະແດງຜະລິດຕະພັນເຄື່ອງເຟີນິເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ວັດສະດຸເສດເຫຼືອຕ່າງໆທີ່ເຮັດເປັນເຄື່ອງເຟີນິເຈີ; ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫຼັກ; ເຄື່ອງປະດັບເອ້ ແລະ ຕົບແຕ່ງພາຍໃນເຮືອນ; ອຸປະກອນ ຫຼື ເຄື່ອງມືການຜະລິດເຟີນິເຈີ; ເຄື່ອງມືຮັບໃຊ້ວຽກກໍ່ສ້າງ ຕະ ຫຼອດຮອດສິນຄ້າປະເພດອາຫານ ແລະ ຢາ.
ມາຮອດປະຈຸບັນ ຍອດການສັ່ງຈອງຫ້ອງວາງສະແດງກວມເອົາແລ້ວ 80%, ຕະຫຼອດ 9 ວັນຂອງການຈັດງານ ຄາດວ່າຈະມີການຈໍລະຈອນ ຫຼື ຊື້ຂາຍສິນຄ້າທັງໝົດປະມານ 5 ຕື້ກີບ ຈາກຜູ້ເຂົ້້າຮ່ວມຊົມ ແລະ ເລືອກຊື້ສິນຄ້າທີ່ມາຈາກພາຍ ໃນປະເທດ ແລະ ຕ່າງປະເທດປະມານ 1 ແສນຄົນ ເພາະນອກຈາກວາງສະແດງຊື້-ຂາຍສິນຄ້າແລ້ວ ຍັງມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈໂດຍສະເພາະແມ່ນ ການສາທິດຜະລິດເຄື່ອງເຟີນິເຈີ, ການຈັດຝຶກອົບຮົມ, ການຈັບສະຫຼາກຊິງລາງວັນ ແລະ ການສະແດງສິລະປະອື່ນໆ ໂດຍຜູ້ປະກອບການເຟີນິເຈີ.
ສໍາລັບທ່ານໃດທີ່ມີຄວາມສົນໃຈເຂົ້້າຮ່ວມງານວາງສະແດງຄັ້ງນີ້ ສາມາດຕິດຕໍ່ສອບຖາມຄະນະຈັດງານໄດ້ທີ່ໝາຍເລກໂທລະສັບ 021 720 454.