ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານສັບປະດາດີຈີຕອນປະຈຳປີ 2025

Feb 14, 2025

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຽມຈັດງານສັບປະດາດິີຈີຕອນ (Lao Digital Week) ປະຈຳປີ 2025 ໃນລະຫວ່າງວັນທີ 2-6 ເມສາ2025, ທີ່ຫໍປະຊຸມແຫ່ງຊາດ,ນະຄອນຫຼວງງວຽງຈັນ, ພາຍໃຕ້ຄໍາຂວັນ “ພັດ ທະນາພື້ນຖານໂຄງລ່າງດີຈີຕອນ ຂອງ ສປປລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ, Building Resillience and SustainableDigital Infrastructure for Lao PDR”.
ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 14 ກຸມພານີ້ ທີ່ນະຄອນຫລວງວຽງຈັນ ວ່າ: ຈຸດ ປະສົງຂອງການຈັດງານຄັ້ງນີ້ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຫັນເປັນອຸດສະຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດແລະ ສັງຄົມ ດີຈີິຕຈິຕ໋ອນ ຂອງ ສປປລາວ, ເປັນການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີນະວັດຕະກຳ,ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ,ໂທລະຄົມມະນາຄົມແລະດີຈີຕອນທີ່ທັນສະໄໝເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນ, ຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ,ສາມາດແຂ່ງຂັນໃນຕະຫຼາດພາຍໃນແລະຕ່າງປະເທດ.
ນອກຈາກນີ້ ຍັງເປັນການຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດີິຈີິຕ໋ອນ ຂອງສປປລາວເຂົ້າຮ່ວມ ແຂ່ງ ຂັນໃນລະດັບເວທີອາຊຽນ ແລະ ສາກົນ, ເປັນຕົ້ນ ແມ່ນງານແຂ່ງຂັນASEAN ICTAward2025 ແລະ ປະກອບສ່ວນເຂົ້າໃນການຈັດ ຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ ດີິຈີິຕອນ ກໍ່ຄື ຍຸດທະສາດການພັດທະນາ ເສດຖະ ກິດ ດິຈິຕອນ ໃຫ້ປະກົດຜົນເປັນຈິງ.
ງານສັບປະດາດີຈີຕອນຄັ້ງນີ້ ຈະຈັດຂຶ້ນເປັນຄັ້ງທີ 3 ຢູ່ ສປປ ລາວ, ເຊິ່ງເປັນງານມະຫະກຳເຕັກໂນໂລຊີໄອຊີທີ ແລະ ດີຈີຕອນ ທີ່ຈະປະກອບມີຫຼາຍກິດຈະກໍາ ເຊັ່ນ:ກອງປະຊຸມລະດັບສູງ (High-Level Forum)ທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, ສ້າງສະພາບເວດລ້ອມໃນການອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ.
ຈະມີກອງປະຊຸມສຳມະນາກ່ຽວກັບ ການຫັນເປັນລັດຖະບານດີຈີຕອນ,ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດີຈີຕອນ, ສໍາມະນາອຸສາ ຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດີຈີຕອນ ແລະ ອື່ນໆ;
ນອກຈາກນີ້, ຈະມີງານວາງສະແດງ ແລະ ການສາທິດ ຜົນສໍາເລັດເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານແລະນະວັດຕະກຳທີ່ເປັນຜົນງານການຄົ້ນຄ້ວາແລະປະດິດສ້າງຂອງທຸລະກິດstartup ຈາກພາຍໃນແລະຕ່າງປະເທດຈຳນວນ 100 ກວ່າຮ້ານວາງສະແດງ (booth). ລວມເຖີງມີເວທີການພົບປະ (Networking), ສົນທະນາປຶກສາຫາລືແລະແລກປ່ຽນຄໍາເຫັນກ່ຽວກັບການຄົ້ນຄວ້າແລະການລົງທຶນທາງດ້ານເຕັກໂນໂລຊີແລະການສື່ສານລະຫວ່າງພາກລັດ, ເອ ກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະຜູ້ປະກອບການທັງພາຍໃນແລະຕ່າງປະເທດ.
May be an image of 1 person and text