ໃນຕອນບ່າຍວັນທີ 23 ພະຈິກ 2023 ທີ່ສະໂມສອນ ຄະນະ ກໍາ ມະການ ໂອແລັມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ ໄດ້ຈັດ
ການຖະແຫລງຂ່າວກ່ຽວກັບການຈັດງານແລ່ນ ວຽງຈັນ ມາຣາທອນ ນາໆ ຊາດ ຄັ້ງທີ III ປະຈໍາປີ 2023. ຊຶ່ງງານຄັ້ງນີ້ຈະຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນໃນວັນທີ 10 ທັນວາ 2023 ນີ້.
ທ່ານ ສຸດທິໄຊ ສັກປະເສີດ, ຮອງປະທານສະຫະພັນແລ່ນ- ລານແຫ່ງຊາດລາວ ໃຫ້ຮູ້ວ່າ: ຈຸດປະສົງການຈັດການແຂ່ງຂັນແລ່ນມາຣາທອນໃນຄັ້ງນີ້ ເພື່ອສົ່ງເສີມໃຫ້ມີການອອກກໍາລັງກາຍເພື່ອສຸຂະ ພາບ, ທັນເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ມີຄວາມຄຶກຄື້ນກວ່າເກົ່າ ພາຍຫລັງການລະບາດຂອງພະຍາດໂຄສິດ-19, ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2024. ນອກຈາກນີ້ ຍັງ ເປັນການໂຄສະນານະຄອນຫລວງວຽງຈັນ ກໍຄື ປະເທດລາວໃຫ້ສາກົນໄດ້ຮັບຮູ້ນັບມື້ກວ້າງຂວາງກວ່າເກົ່າ.
ງານຄັ້ງນີ້ຈະມີການຊີງເງິນລາງວັນລວມກັນຫລາຍກວ່າ 170.000.000 ກີບ ໂດຍຈະມີການແຂ່ງຂັນມາຣາທອນ 42 ກິໂລ ແມັດ, ຮາຟມາຣາທອນ 21ກິໂລແມັດ, ມີນິມາຣາທອນ 10 ກິໂລ ແມັດ ແລະ ແລ່ນ-ຍ່າງ ເພື່ອສຸຂະພາບ 5 ກິໂລແມັດ. ຄາດ ວ່າຈະມີຜູ້ເຂົ້າຮ່ວມແຂ່ງຂັນທັງຫມົດ 4.000ຄົນ ຈາກຫລາຍກວ່າ 50 ປະເທດ. ປັດຈຸບັນມີຜູ້ລົງທະບຽນຫຼາຍກວ່າ 1.800 ກວ່າຄົນ.
ງານຄັ້ງນີ້ໄດ້ຮັບການສະໜັບສະໜູນຫຼັກຈາກ ນໍ້າດື່ມກາຫົວເສືອ, ນອກຈາກນີ້ ຍັງມີຜູ້ສະໜັບອື່ນໆລວມມີ: ໂຕໂຢຕ້າ ລາວ, Lao Simply Beautiful, Srichand, ເຄື່ອງກິລາ ລີນີ່ງ/ ເອັກສະເຕັບ, ຊຳຊຸງ, ແອັດທີ ເມືອງໄທປະກັນໄພ ແລະ ອື່ນໆອີກ.
ນັກກິລາຄົນໃດສົນໃຈສາມາດລົງທະບຽນແບບອອນໄລໄດ້ທີ່ www.vientianemarathon.com ຫຼື ລົງທະບຽນແບບເຊິ່ງໜ້າໄດ້ທີ່ ຫ້ອງການ EFG LAOS ທຸກວັນລັດຖະການ ເວລາ 10 ໂມງ 00-17 ໂມງ 00.






