ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

Jan 16, 2026

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ວັນທີ 1 ກຸມພາ 2026 ຄົບຮອບ 70 ປີ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 15 ມັງກອນ 2026 ທີ່ ນະຄອນຫຼວງວຽງຈັນ ທ່ານໃຫ້ຮູ້ວ່າ: ວັນທີ 1 ກຸມພາ 1956 ສູນກາງພັກໄດ້ຕົກລົງສ້າງຕັ້ງສະຫະພັນກໍາມະບານລາວຂຶ້ນ ຊຶ່ງເປັນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ. ເມື່ອຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງສະຫະພັນກໍາມະບານລາວຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ໂດຍພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ສະຫະພັນກໍາມະບານລາວເຮັດໜ້າທີ່ໂຄສະນາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ໃຫ້ມີນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນເຊື້ອ, ທາດແທ້ ແລະ ທັດສະນະຂອງຊົນຊັ້ນກໍາມະກອນລາວ ຢ່າງແທ້ຈິງ; ເປັນຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ.
ທ່ານ ເລັດ ໄຊຍະພອນ ໃຫ້ຮູ້ຕື່ມວ່າ: ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້ ສະຫະພັນກຳມະບານລາວໄດ້ກຳນົດໂຄງການດຳເນີນງານດ້ວຍການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກຳມະບານລາວ, ປັບປຸງກົດລະບຽບຂອງສະຫະພັນກໍາມະບານລາວ ແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ. ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ, ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງຮອບດ້ານ ແລະ ມີຫຼັກການຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ມະຫາຊົນເປັນວຽກງານສຳຄັນ ແລະ ແມ່ນວຽກງານແຖວໜ້າຂອງພັກ.
ທ່ານ ເລັດ ໄຊຍະພອນ ໃຫ້ຮູ້ຕື່ມອີກວ່າ: ສູນກາງສະຫະພັນກຳມະບານລາວ ໄດ້ອອກແຈ້ງການເຖິງຄະນະບໍລິຫານງານສູນສະຫະພັນກຳມະບານລາວ, ຄະນະບໍລິຫານງານສູນສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ເພື່ອເຮັດໃຫ້ວັນດັ່ງກ່າວໄດ້ຈັດຕັ້ງປະຕິບັດ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ ໂດຍໃຫ້ຈັດຈະກຳຕ່າງໆ ເປັນຕົ້ນ: ຈັດຕັ້ງປາຖະກະຖາຄວນຄືນມູນເຊື້ອປະຫວັດຄວາມເປັນມາວັນສ້າງຕັງກຳມະບານລາວ ຄົບຮອບ 70 ປີ, ຈັດກິດຈະກຳຖາມ-ຕອບ ຄວາມຮູ້ກ່ຽວກັບວັນສ້າງຕັ້ງກຳມະບານລາວ, ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ກວດສຸຂະພາບອື່ນໆ, ຈັດງານຕະຫຼາດນັດວາງສະແດງສິນຄ້າຜະລິດຕະພັນຂອງສະມາຊິກກຳມະບານ, ກຳມະກອນແຕ່ລະທ້ອງຖິ່ນ, ຈັດຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນການອອກແຮງງານລວມ, ເຄືອນໄຫວຢ້ຽມຢາມການນຳອາວຸໂສບຳນານ, ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້“ການພັດທະນາວຽກງານກຳມະບານ ໃນໄລຍະໃໝ່ ແລະອື່ນໆ, ສຳລັບຢູ່ສູນກາງສະຫະພັນກຳມະບານລາວຈະຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ຢູ່ຫໍປະຊຸມແຫ່ງຊາດ ແລະ ຈະໄດ້ຖ່າຍທອດສົດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບຊົມໃນຂອບເຂດທົ່ວປະເທດ ໂດຍຜ່ານວີດີໂອທາງໄກ ແລະ ຈະມີກິດຈະກຳປິ່ນອ້ອມອື່ນໆຕື່ມອີກ, ຮຽກຮ້ອງມາຍັງສະຫະພັນກໍາມະບານແຕ່ລະຂັ້ນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ເຊີນຊວນສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວເຂົ້າຮ່ວມຂະບວນການດັ່ງກ່າວໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນ.