ທ່ານ ສະໄໝ ໂພທິສານ, ເຈົ້າເມືອງຄົງເຊໂດນ ແຂວງສາລະວັນ ແຈ້ງໃຫ້ຮູ້ວ່າ: ເມືອງຄົງເຊໂດນ, ແຂວງສາລະວັນ ກຽມຈັດງານເທສະການປີ້ງໄກ່ນາປົ່ງ ແລະ ເຫຼົ້າຂາວເມືອງຄົງ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ໃນລະຫວ່າງວັນທີ 3-5 ເມສາ 2024 ໂດຍຈະມີຫລາຍກິດຈະກໍາ ເຊັ່ນ: ການວາງສະແດງຂາຍສິນຄ້າ ແລະ ຕະ ຫລາດນັດເຄື່ອນທີ່, ການປະກວດນາງສາວອາພອນເພດ, ການແຫ່ຂະບວນຕ່າງໆ ໃນມື້ເປີດງານຢ່າງເປັນທາງການໃນວັນທີ 5 ເມສາ ແລະ ອື່ນໆ.
ຄາດວ່າຈະມີຫົວໜ່ວຍທຸລະກິດຈາກບັນດາເມືອງພາຍໃນແຂວງສາລະວັນ ແລະ ເມືອງໃກ້ຄຽງຈາກຕ່າງແຂວງນໍາເອົາສິນຄ້າມາວາງສະແດງຂາຍຢ່າງໜ້ອຍ 100 ບູດ, ຊຶ່ງມີທັງປີ້ງໄກ່ນາປົ່ງ, ເຫລົ້າຂາວເມືອງຄົງ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າກະສິກໍາ ແລະ ຫັດຖະກໍາຫລາກຫລາຍຊະນິດ.
ສໍາລັບປີ້ງໄກ່ນາປົ່ງ ແມ່ນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບຂອງເມືອງຄົງເຊໂດນ ທີ່ໄດ້ຖືກຮັບຮອງຢ່າງເປັນທາງການໃນເດືອນກັນຍາປີ 2020 ໂດຍສະເພາະ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງ ຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່ – ຂາໄກ່ ແລະ ປີ້ງເຄື່ອງໃນໄກ່.



