ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມປະກາດພະທາດຫຼວງຈຽງຕືງ ເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ

Oct 30, 2024

ກອງປະຊຸມປືກສາຫາລື ເພື່ອກະກຽມວຽກງານສະເຫຼີມສະຫຼອງພະທາດຫຼວງຈຽງຕືງ ແລະ ການປະກາດເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ ເພືອສົ່ງເສີມປີທ່ອງທ່ຽວລາວ 2024 ໄດ້ຈັດຂຶ້ນໃນວັນທີ 29 ຕຸລານີ້ ຢູ່ທີຫ້ອງປະຊຸມຫ້ອງວ່າເມືອງສິງ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ຊຽງວັນ ສົມລັດທອງ ຮອງເຈົ້າເມືອງໆສິງ.
ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນການກະກຽມຈັດງານສະເຫຼີມສະຫຼອງພະທາດຫຼວງຈຽງຕຶງ ທີ່ຈະປະກາດເປັນມໍລະດົກແຫ່ງຊາດປະຈຳທ້ອງຖີ່ນເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໃນອີກບໍ່ດົນນີ້ ໂດຍສະເພາະແມ່ນດ້ານເນື້ອໃນ, ສະຖານທີ່, ງົບປະມານ, ການວາງສະແດງສິນຄ້າ ແລະ ຊີມອາຫານພື້ນເມືອງ, ການຕ້ອນຮັບແຂກ ແລະ ຂະບວນການອື່ນໆ ໃນການຈັດງານບູນໃນຄັ້ງນີ້, ພ້ອມນີ້ໃນກອງປະຊຸມຍັງໄດ້ແລກປ່ຽນບົດຮຽນກ່ຽວກັບການວາງສີລາລືກການສ້າງພະເຈົ້າປາງພອນ ເພື່ອໃຫ້ຖືກຕ້ອງຕາມຮິດຄອງປະເພນີ ແລະ ການແກ້ໄຂສະຖານທີ່ ທີ່ຈະສ້າງພະເຈົ້າຕື່ມອີກ.
ຂ່າວ: ກີ່ງແກ້ວ