ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມພົບກັບງານ Laos Blockchain Fest 2025 ໃນເດືອນພະຈິກປີນີ້

Sep 15, 2025

ກຽມພົບກັບງານມະຫະກຳເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ 2025 Laos Blockchain Fest 2025 ງານບລ໋ອກເຊນຍິ່ງໃຫຍ່ທີ່ສຸດຢູ່ໃນລາວ ພ້ອມທັງສ້າງອະນາຄົດທີ່ຍືນຍົງດ້ວຍເຕັກໂນໂລໂນໂລຊີ ຊຶ່ງເປັນງານມະຫາກຳດ້ານເຕັກໂນໂລຊີບລ໋ອກເຊນຂະໜາດໃຫຍ່ລະດັບປະເທດ ມີເປົ້າໝາຍນຳເອົາເຕັກໂນໂລຊີບລ໋ອກເຊນປະກອບສ່ວນພັດທະນາເສດຖະກິດດິຈິຕອນຕາມແຜນຍຸດທະສາດພັດທະນາ ແລະ ວິໄສທັດ ການຫັນເປັນດິຈິຕອນຂອງລັດຖະບານລາວ, ເປັນການປະກາດສັກກະຍາພາບ ຂອງລາວ ສູ່ສາກົນໃນການເປັນໜຶ່ງໃນສູນກາງເຕັກໂນໂລຊີທາງການເງິນຍຸກໃໝ່.
ກະຊວງເຕັກໂນໂລຊີ ແລະ ການສື່ສານຮ່ວມກັບບໍລິສັດບິດຄິກ ຈຳກັດຜູ້ດຽວ ຈັດພິທີຖະແຫຼງຂ່າວກ່ຽວກັບການຈັດງານ “ມະຫະກຳເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ Laos Blockchain Fest 2025 ໃນວັນທີ 12 ກັນຍາ 2025 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຫຼັກ 3) ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ງານດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 21-22 ພະຈິກ 2025 ທີ່ ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ “ສ້າງອະນາຄົດທີ່ຍືນຍົງດ້ວຍເຕັກໂນໂລຊີ – Building Resilient Future-Chain” ງານດັ່ງກ່າວຈະເປັນພື້ນທີ່ວາງສະແດງນະວັດຕະກຳຍຸກໃໝ່ ແລກປ່ຽນຄວາມຮູ້ ເປັນເວທີເປິກສາຫາລື ແລະ ເພີ່ມໂອກາດທາງທຸລະກິດ ຊຶ່ງຈະເປີດກວ້າງຕ້ອນຮັບນັກລົງທຶນ ນັກພັດທະນາດ້ານເຕັກໂນໂລຊີ ພາກລັດຖະບານ ພາກທຸລະກິດ ແລະ ຜູ້ສົນໃຈທັງພາຍໃນ ແລະ ຕ່າງປະເທດ. ພາຍໃນງານຈະໄດ້ຮັບຊົມການວາງສະແດງ ແລະ ເຜີຍແຜ່ຄວາມຮູ້ປະສົບການຈາກຜູ້ຊ່ຽວຊານ ແລະ ສ້າງຄວາມຕື່ນຕົວກ່ຽວກັບບລ໋ອກເຊນ ແລະ ເຕັກໂນໂລຊີຍຸກໃໝ່ຫຼາກຫຼາຍຫົວຂໍ້ເຊັ່ນ Blockchain ການເງິນ-ການລົງທຶນ AI ທຸລະກິດ Tech Start-Up Cyber Security Web 3.0 ຊັບສິນດິຈິຕອນ ແລະ ຍັງເປັນເວທີໃນການແລກປ່ຽນເປິກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ.
ຄາດວ່າຈະສາມາດດຶງດູດຄວາມສົນໃຈຈາກນັກລົງທຶນ ນັກພັດທະນາເຕັກໂນໂລຊີ ພາກທຸລະກິດ ພາກລັດ ແລະ ກຸ່ມຄົນທີ່ສົນໃຈເຕັກໂນໂລຊີຈາກອຸດສາຫະກຳຫຼາຍຂະແໜງການ ພ້ອມດຽວກັນນັ້ນຍັງຈະຈັດສຳມະນາວິຊາການໃນການເປີດໂອກາດໃຫ້ສະຕາດອັບ ທຸລະກິດລະດັບພາກພື້ນທັງພາຍໃນ ແລະ ຕ່າງປະເທດໃນການສ້າງສັກກະຍະພາບ ຂອງລາວໃຫ້ມີຄວາມພ້ອມໃນການເປັນສູນກາງດ້ານເຕັກໂນໂລຊີບລັອກເຊນ ແລະ ການເງິນໃນອະນາຄົດ.