ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເກັບກຳຂໍ້ມູນ ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ແຫລ່ງທ່ອງທ່ຽວ ຖໍ້າເກົາເຫລົາ ຢູ່ບ້ານນ້ຳແອງ ເມືອງວຽງພູຄາ ແຂວງຫລວງນໍ້າທາ ຈັດຂຶ້ນໃນວັນທີ 11 ກຸມພາ 2025 ທີ່ແຂວງຫລວງນ້ຳທາ. ຕາງໜ້າເຊັນໂດຍທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫລວງນ້ຳທາ ແລະ ທ່ານ ຈຽງຈິນ ປະທານບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອເປັນການດຳເນີນການສຳຫລວດ, ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ແຫລ່ງທ່ອງທ່ຽວ ຖໍ້າເກົາເຫລົາ ເມືອງວຽງພູຄາ ແຂວງຫລວງນໍ້າທາ ໂດຍໃຊ້ເວລາ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ເຊິ່ງໄລຍະເວລາດັ່ງກ່າວ ແມ່ນລວມທັງເວລາຂຽນບົດວິ ພາກເສດຖະກິດ-ເຕັກນິກ, ບົດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບົດປະເມີນຜົນກະທົບຕໍ່ສັງຄົມ.
ສໍາລັບຖໍ້າເກົາເຫຼົາ ຢູ່ບ້ານ ນໍ້າແອງ ເມືອງວຽງພູຄາ. ຖ້ຳດັ່ງກ່າວຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດນ້ຳຫ້າ ທິດເໜືອ ຕິດກັບທາງ R3 A ຫ່າງຈາກ ເສັ້ນທາງ 200 ແມັດ, ທິດຕາເວັນອອກ ຕິດ ກັບບ້ານພູລັນ, ທິດຕາເວັນຕົກ ຕິດກັບບ້ານນ້ຳແອງ, ທິດໃຕ້ຕິດກັບຖ້ຳເຈ້ຍ ຫ່າງຈາກເທດສະບານ ແຂວງຫຼວງນ້ຳທາປະມານ 56 ກິໂລ ແມັດ, ຫ່າງຈາກເທດ ສະບານເມືອງ ວຽງພູຄາ 12 ກິໂລແມັດ.
Cr: ມຸນຕີ






