ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສປປ ລາວ ກຽມສົ່ງຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ເຖິງສູນມໍລະດົກໂລກອົງການອຸຍແນັສໂກ ໃນທ້າຍເດືອນກັນຍາ 2022 ເພື່ອຂໍຄໍາປຶກສາກ່ຽວກັບຄວາມຄົບຖ້ວນຂອງຂໍ້ມູນ ຫລັງຈາກນັ້ນສູນມໍລະດົກໂລກ ຈະສົ່ງຄໍາເຫັນກັບຄືນມາພາຍໃນເດືອນພະຈິກ 2022 ເພື່ອໃຫ້ກະກຽມເອກະສານຮ່າງຄໍ້າຮ້ອງ ໄດ້ປັບ ປຸງທາງດ້ານເນື້ອໃນ, ຂໍ້ມູນເອກະສານເພີ່ມຕື່ມ ເພື່ອກະກຽມໃຫ້ແກ່ການສົ່ງເອກະສານຄໍາຮ້ອງສະບັບສົມບູນ ໃນເດືອນກຸມພາ 2023 ເພື່ອພິຈາລະນາຮອບສຸດ ທ້າຍ ແລະ ຕ້ອງໄດ້ລໍຖ້າຈົນເຖິງ ເດືອນມິຖຸນາ ປີ 2024, ສູນມໍລະດົກໂລກ ອົງການອຸຍແນັສໂກ ຈະແຈ້ງຜົນຂອງການຍື່ນເອກະສານຄຳຮ້ອງ ແລະ ປະກາດເປັນມໍລະດົກໂລກ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ມໍລະດົກໂລກຂອງ ສສ ຫວຽດນາມ.
ໃນວັນທີ 27 ກັນຍາ 2022 ນີ້, ໄດ້ມີກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກ ເພື່ອຮັບຟັງການລາຍງານຄວາມຄືບໜ້າຂອງວຽກງານຕ່າງໆ ທີ່ປິ່ນອ້ອມ, ກະກຽມເນື້ອເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ, ຄວາມຄືບໜ້າໃນການກະກຽມເອກະສານຄຳຮ້ອງ ແລະ ແຜນການເຮັດວຽກໃນຕໍ່ໜ້າ ເພື່ອນຳສົ່ງເອກະສານຄຳຮ້ອງເຖິງສູນມໍລະດົກໂລກ ແລະ ການຮ່ວມມືກັບ ສສ ຫວຽດນາມ, ພ້ອມທັງຮັບຟັງການລາຍງານເນື້ອໃນຂໍ້ ມູນໃນເອກະສານ ຮ່າງ ຄໍາຮ້ອງສັງລວມຫຍໍ້ ຈາກຜູ້ຊ່ຽວຊານກະກຽມຮ່າງຄຳຮ້ອງ ໂດຍສະເພາະໃນວາລະປະ ກອບຄຳເຫັນ ແລະ ປຶກສາຫາລືນັ້ນ ບັນດາຜູ້ເຂົ້າຮ່ວມປະຊຸມທີ່ໄດ້ປະກອບຄໍາເຫັນໃສ່ບາງຂໍ້ມູນທີ່ຍັງບໍ່ທັນຊັດເຈນ ກ່ຽວກັບຂໍ້ມູນທີ່ຕິດພັນກັບຂະແໜງການ ແລະ ໂຄງການລົງ ທຶນພັດທະນາຂອງສູນກາງ ແລະ ທ້ອງ ຖິ່ນຮັບຜິດຊອບ ທີ່ມີທີ່ຕັ້ງໂຄງການຢູ່ອ້ອມຮອບ ແລະ ໃກ້ຄຽງກັບອຸທິຍານແຫ່ງຊາດຫີນໜາມໜໍ່ ອີກດ້ວຍ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ກໍໄດ້ມີຄຳເຫັນວ່າ: ການສະເໜີເປັນມໍ ລະດົກໂລກ ຮ່ວມຊາຍແດນ ລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານ ແຫ່ງຊາດ ຟອງຫຍາແກບັງ ມໍລະ ດົກໂລກຂອງ ສສ ຫວຽດນາມ ວຽກງານບູລິມະສິດຂອງສອງປະເທດລາວ-ຫວຽດ ນາມ ເຊິ່ງໄດ້ຕົກລົງຮ່ວມມືກັນຜ່ານຫລາຍຂອບວຽກງານ ທັງແບບສອງຝ່າຍ ແລະ ການຮ່ວມມືຜ່ານເວທີສາກົນ ເປັນຕົ້ນ ໃນສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ 2021-2025, ແຜນການຮ່ວມມືດ້ານສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ 2021-2025 ແລະ ການຮ່ວມມືກັນພາຍໃຕ້ສົນທິສັນ ຍາມໍລະດົກໂລກ 1972 ຂອງອົງການອຸຍແນັສໂກ ວ່າດ້ວຍການປົກປັກຮັກສາ ມໍ ລະດົກໂລກທາງດ້ານວັດທະນະທໍາ ແລະ ທຳມະຊາດ.
ທ່ານນາງ ສວນສະຫວັນ ວິຍະເກດ ຍັງກ່າວຕື່ມອີກວ່າ: ລັດຖະບານແຫ່ງ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ຄຸນຄ່າມໍລະດົກທາງດ້ານວັດທະນະທຳ, ປະ ຫວັດສາດ ແລະ ທຳມະຊາດ ໂດຍໄດ້ເອົາໃຈໃສ່ປົກປ້ອງ ຟື້ນຟູອະນຸລັກ ສືບທອດ ແລະ ສົ່ງເສີມ ມໍລະດົກຂອງຊາດໃຫ້ຍືນຍົງຄົງຢູ່ຄູ່ກັບຊາດລາວ ຄົນລາວຕະຫລອດໄປ, ຖືເອົາທ່າແຮງທາງດ້ານມູນເຊື້ອວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເປັນໃຈກາງ ເພື່ອປະ ກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ, ເປັນແຮງຍູ້ດັນເຮັດໃຫ້ສັງຄົມລາວ ໄດ້ພັດທະນາກ້າວຂຶ້ນ ບົນພື້ນຖານການປົກປັກຮັກສາ ເຊີດຊູເອກະລັກທາງດ້ານວັດທະນະທໍາ, ປະ ຫວັດສາດ ແລະ ທຳມະຊາດ ຂອງຕົນ ຊຶ່ງເປັນຊັບພະ ຍາກອນທາງດ້ານມໍລະດົກອັນລ້ຳຄ່າຂອງຊາດ ເປັນສະເໜ່ດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະ ເທດ ໃຫ້ຫລັ່ງໄຫລກັນມາທ່ຽວຊົມ ສຶກ ສາຮຽນຮູ້ ແລະ ສຳຜັດກັບວັດທະ ນະທຳປະຫວັດສາດ ແລະ ທຳມະຊາດ ອັນອຸດົມຮັ່ງມີຂອງປະເທດລາວ ປະ ກອບສ່ວນສຳຄັນໃນການສ້າງແຫລ່ງລາຍຮັບ ທາງດ້ານເສດຖະກິດຂອງຊາດ ຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ.
ຂ່າວ: ກິດຕາ
ພາບ: ເກດສະໜາ