ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມເປີດສາຍການບິນກົງ Aero K Airline (RF) ອິນຊອນ-ປາກເຊ

Dec 15, 2024

ສາຍການບິນ Aero K Airline (RF) ໄດ້ປະກາດເປີດໃຫ້ບໍລິການຖ້ຽວບິນກົງ ລະ ຫວ່າງ ສະໜາມບິນອິນຊອນ (ICN) ຂອງສ.ເກົາຫຼີ ແລະ ສະໜາມບິນສາກົນປາກເຊ (PKZ) ຂອງແຂວງຈຳປາສັກ, ສປປ ລາວ ໃນໄລຍະເວລາແຕ່ວັນທີ 21 ທັນວາ 2024 ຫາວັນທີ 19 ມີນາ 2025. ເຊິ່ງຈະມີຖ້ຽວບິນທັງໝົດ 49 ຖ້ຽວ. ການບິນແຕ່ລະຖ້ຽວສາມາດບັນຈຸຜູ້ໂດຍສານໄດ້ 180 ທ່ານ ທີ່ປະກອບໄປດ້ວຍນັກທ່ອງທ່ຽວທົ່ວໄປ ແລະ ຄະນະນັກກິລາກອ໋ຟ.
#ໝາຍເລກຖ້ຽວບິນ ແລະ ຕາຕະລາງເວລາບິນ:
1. RF 563 (ICN – PKZ): ບິນອອກຈາກສະໜາມບິນອິນຊອນ (ICN) ຂອງສ.ເກົາ ຫຼີ – ສະໜາມບິນສາກົນປາກເຊ (PKZ) ຂອງລາວ ເວລາ 10:30 ຫາ 13:35 (ຕາມເວລາທ້ອງຖິ່ນ), ໃຊ້ເວລາບິນ 5 ຊົ່ວໂມງ
2. RF 564 (PKZ – ICN): ບິນອອກຈາກສະໜາມບິນສາກົນປາກເຊ (PKZ) ຂອງລາວ – ສະໜາມບິນອິນຊອນ (ICN) ຂອງສ.ເກົາຫຼີ, ເວລາ 14:25 ຫາ 21:20 (ຕາມເວລາທ້ອງຖິ່ນ), ໃຊ້ເວລາບິນ 5 ຊົ່ວໂມງ
#ສາຍການບິນດັ່ງກ່າວ ຈະມີຖ້ຽວບິນ 4 ຖ້ຽວຕໍ່ອາທິດ ຄື ວັນອັງຄານ, ວັນພຸດ, ວັນສຸກ ແລະ ວັນເສົາ.
#ການເປີດສາຍການບິນດັ່ງກ່າວ ມີຄວາມຫວັງວ່າຈະດຶງດູດນັກທ່ອງທ່ຽວໃຫ້ເຂົ້າ ມາຢ້ຽມຢາມແຂວງຈຳປາສັກ ເພີ່ມຂຶ້ນ ໂດຍສະເພາະແມ່ນຢູ່ສະຖານທີ່ທ່ອງທ່ຽວທີ່ສຳຄັນພາຍໃນແຂວງ ເປັນຕົ້ນ: ສະຖານບູຮານມໍລະດົກໂລກວັດພູ ແລະ ອຸທະຍານນ້ຳຕົກຕາດຄອນພະເພັງ, ສົມພະມິດ ແລະ ສະຖານທີ່ທ່ອງທ່ຽວສຳຄັນອື່ນໆ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
#ຖ້າຫາກການເປີດສາຍການບິນຄັ້ງນີ້ ປະສົບຜົນສໍາເລັດ, ທາງບໍລິສັດ ປາກເຊ Korea ຈຳກັດຜູ້ດຽວ ຈະດໍາເນີນການຕໍ່ສັນຍາເປີດຖ້ຽວບິນນີ້ຕໍ່ໃນເດືອນພຶດສະພາໄປຈົນຮອດທ້າຍປີ 2025.
ທີ່ມາ: ໜັງສືພິມຈຳປາໃໝ່