ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍລະນີທີ່ມີຄຼິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ບໍ່ແມ່ນຄວາມຈິງ

Mar 3, 2025

3 ມີນາ 205, ພັທ ຕຸ້ຍ ແກ້ວສະຫວັດ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານສືບສວນ-ສອບສວນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຖະ ແຫຼງຕໍ່ສື່ມວນຊົນ ປກສ ວ່າ: ວັນທີ​ 27​ ກຸມພາ​ 2025​ ຫຼັງຈາກຮັບລາຍງານວ່າໄດ້ຄິຼບສຽງທີ່ມີກຸ່ມຄົນສົ່ງຕໍ່ຜ່ານສື່ອອນລາຍ ” ວ໊ອດແອັບ ” ອີກທັງມີຄົນຈຳນວນໜຶ່ງໄດ້ຟັງຄຼິບສຽງແລ້ວນຳຂໍ້ມູນໄປໂພສ ແລະ ແຊຣ໌ຕໍ່ລົງເຟສບຸ໊ກວ່າ ເກີດມີເຫດການຄົນຂັບລົດຕູ້ສີຂາວລັກພາໂຕເດັກນ້ອຍ ຢູ່ບ້ານດອນດູ່. ເຈົ້າໜ້າທີ່ກໍໄດ້ມີການເກັບກຳຂໍ້ມູນ, ປະຕິບັດຕາມໜ້າທີ່ວິຊາສະເພາະ ຈຶ່ງໄດ້ຮູ້ວ່າ ບໍ່ແມ່ນຄວາມຈິງ ຕາມທີ່ຄຼິບສຽງກ່າວ.
ທອງສຸກ ເຈົ້າຂອງຄິບສຽງດັ່ງກ່າວ ເຊິ່ງເປັນພໍ່ຕູ້ຂອງເດັກນ້ອຍທີ່ຖືກອ້າງວ່າຖືກລັກພາໂຕແຕ່ໜີລອດອອກມາໄດ້ ອອກມາຢືນຢັນດ້ວຍຄວາມຮູ້ສຶກຜິດຕໍ່ສັງ ຄົມວ່າ: ຄິບສຽງແມ່ນຕົນເອງໄດ້ເວົ້າແທ້ ແຕ່ເປັນພຽງການເຂົ້າໃຈຜິດຂອງຄົນພາຍໃນຄອບຄົວ. ດັ່ງນັ້ນ, ຈຶ່ງອອກມາຢືນຢັນວ່າ ຫຼານຂອງຕົນເອງບໍ່ໄດ້ຖືກລັກ ພາຕົວ ແລະ ບໍ່ໄດ້ປະສົບກັບເຫດການຖືກລັກພາຕົວ ຄືດັ່ງທີ່ຄຼິບສຽງນັ້ນໄດ້ເວົ້າອອກມາ. ພ້ອມທັງຂໍຮຽກຮ້ອງໃຫ້ຢຸດສົ່ງຕໍ່ຄຼິບສຽງ, ຢຸດແຊຣ໌ໂພສເຟສບຸກທີ່ກ່ຽວກັບຂ່າວວ່າມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ທີ່ມາ: ໜັງສືພິມຄວາມສະຫງົບ