ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍານົດເອົາໄຟຟ້າພະລັງງານລົມ ເປັນສັນຍາລັກ ແລະ ປາຫວ່າຄໍາ ເປັນສັດນໍາໂຊກ ງານກິລານັກຮຽນທົ່ວປະເທດ ຄັ້ງທີ VIII ປີ 2027

Dec 23, 2024

ແຂວງເຊກອງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລານັກຮຽນມັດ ທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ໃນປີ 2027 ເຊິ່ງເປັນຄັ້ງທີ 2 ຂອງແຂວງທີ່ໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນໃນລະດັບຊາດຕໍ່ຈາກງານກິລາພື້ນເມືອງທົ່ວປະເທດ ຄັ້ງທີ XII ໃນປີ 2012 ບົນດິນແດນວິລະຊົນຄົນອາດຫານ, ເຂດທີ່ໝັ້ນການປະຕິວັດລາວໃຕ້.
ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໃຫ້ຮູ້ໃນໂອກາດມີຄໍາເຫັນກ່າວຮັບທຸງກິລາຕໍ່ໃນພິທີອັດງານມະຫາກໍາກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນວັນທີ 22 ທັນວາ 2024 ວ່າ: ແຂວງເຊກອງ ໄດ້ກໍານົດເອົາ “ໄຟຟ້າພະລັງງານລົມ” ທີ່ເມືອງດາກຈຶງ ເຊິ່ງເປັນໂຄງການແຫ່ງທໍາອິດຂອງປະເທດລາວ ແລະ ເປັນໂຄງ ການທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ເປັນສັນຍາລັກໂລໂກ້ ແລະ ຕິດພັນກັບວິຖີຊີວິດຄວາມອຸ ດົມສົມບູນຂອງທຳມະຊາດ “ປາຫວ່າຄໍາ” ລອຍຫຼິ້ນຕາມສາຍນໍ້າເຊກອງ ເປັນສັດນໍາໂຊກຂອງງານມະຫະກໍາກິລານັກຮຽນມັດທະ ຍົມສຶກສາ ທົ່ວປະເທດ ຄັ້ງທີ VIII.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບ ແຂວງເຊກອງ, ໂດຍພື້ນຖານແລ້ວ ແມ່ນມີຄວາມພ້ອມສະໜາມພິທີເປີດ-ປິດ ທີ່ສາມາດຮອງຮັບແຂກຖືກເຊີນ, ມວນຊົນຈໍານວນ 1.500 ທີ່ນັ່ງ , ມີສະໜາມກິລາໃນຮົ່ມອະເນກປະສົງ, ສະໜາມກິລາເປຕັງໃນຮົ່ມ, ສະໜາມກິລາບານບ້ວງ, ບານສົ່ງ, ກະຕໍ້ ແລະ ບັນດາສະໜາມກິລາປະເພດຕ່າງໆ ໃນສະຖານການສຶກສາໃນເທດສະບານເມືອງລະມາມ ແລະ ເມືອງດາກຈຶງ. ດ້ານພື້ນຖານຄົມມະນາຄົມ ສາມາດເດີນທາງດ້ວຍລົດຜ່ານເສັ້ນທາງແຂວງສາລະວັນ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ທີ່ສະດວກສະບາຍ.
ຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ທັນໄດ້ກໍານົດຢ່າງເປັນທາງການເທື່ອວ່າງານມະຫະກໍາກິລານັກຮຽນມັດທະຍົມທົ່ວປະ ເທດ ຄັ້ງທີ VIII ຈະແຂ່ງຂັນຈັກປະເພດກິລາ ແລະ ຈະມີຊີງໄຊເທົ່າໃດຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ.
ຂ່າວ: BT, ວສລ