ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍາມະບານແຂວງເຊກອງ ໄດ້ຮັບລົດຈັກ 5 ຄັນ ແລະ ຄອມພິວເຕີ 5 ຊຸດ

Oct 6, 2024

ວັນທີ 6 ຕຸລາ 2024 ນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກໍາມະບານລາວ ໄດ້ມອບລົດຈັກ ຈຳນວນ 5 ຄັນ ແລະ ຄອມພິວເຕີຕັ້ງໂຕະ ຈໍານວນ 5 ຊຸດ ລວມມູນຄ່າທັງໝົດ 160 ລ້ານກວ່າກີບ ໃຫ້ສະຫະພັນກໍາມະບານແຂວງເຊກອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ.
ຕາງໜ້າຮັບໂດຍ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຄໍາພາ ໄຊຍະແສງ ປະທານສະຫະພັນກໍາມະບານແຂວງ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ເຫລັກໄຫລ ສີວິໄລ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ທ່ານປະທານສູນກາງສະຫະພັນກໍາມະບານລາວ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ແລະ ບໍລິສັດ ວີລາການຄ້າຂາອອກ-ຂາເຂົ້າ ຈໍາກັດ ທີ່ເຫັນໄດ້ຄວາມສຳຄັນໃນການປະກອບສ່ວນເຂົ້າໃນວຽກ ງານສະຫະພັນກໍາມະບານ, ພ້ອມທັງຢືນຢັນວ່າ ຈະນຳເອົາລົດຈັກ ແລະ ຄອມພິວເຕີຈຳນວນດັ່ງກ່າວ ໄປນຳໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານວິຊາສະເພາະໃຫ້ໄດ້ຮັບປະສິດທິຜົນສູງສຸດ.
ທີ່ມາ: ຂ່າວແຂວງເຊກອງ
May be an image of 13 people, motorcycle, scooter, bicycle and text