ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

Oct 21, 2024

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ, ປະທານກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ ແຫ່ງ ສປປ ລາວ. ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ກອງປະຊຸມ ໄດ້ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ 5 ຮ່າງມະຕິ ຄື:
1. ຮ່າງມະຕິວ່າດ້ວຍການເພີ່ມທະວີບົດບາດຂອງລັດຖະສະພາໃນການຮ່ວມມືເພື່ອການແກ້ໄຂບັນຫາຢາເສບຕິດເຮັດໃຫ້ອາຊຽນປອດຢາເສບຕິດຢ່າງເປັນຮູບປະທໍາ.
2. ຮ່າງມະຕິວ່າດ້ວຍການດຳເນີນການຮ່ວມກັນຜ່ານຂໍ້ລິເລີ່ມ ສົນທິສັນຍາໂລກວ່າດ້ວຍພລາສຕິກໃນອາຊຽນ.
3. ຮ່າງມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາດ້ານນະວັດຕະກຳການຮັກສາສຸຂະພາບແບບອັດສະລິຍະ.
4. ຮ່າງມະຕິວ່າດ້ວຍການສົ່ງເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານສຳລັບຜູ້ອາຍຸສູງໃນອາຊຽນ.
5. ຮ່າງມະຕິວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຄວບຄຸມຢາສູບ ແລະ ສານນີໂຄຕິນໃນອາຊຽນ.