ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍ່ເຫດຄາຕະກຳແມ່ຕູ້ 70 ປີ ຍ້ອນຢາກໄດ້ເງິນໄປຊື້ບັດເຕີມເງິນຫລິ້ນເກມ

Oct 11, 2024

ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງຊະນະສົມບູນ ແຂວງຈຳປາ ສັກ ລາຍງານວ່າ: ເວລາ 18:00 ໂມງ ວັນທີ 8 ຕຸລາ 2024, ພາຍຫຼັງໄດ້ຮັບລາຍງານຈາກອໍານາດການປົກຄອງບ້ານຈໍາປີ, ເມືອງຊະນະສົມບູນ ວ່າມີຄົນເສຍຊີວິດຢູ່ບ້ານດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງລົງກວດກາຊັນນະສູດສະຖານທີ່ເກີດເຫດພົບຜູ້ເສຍຊີວິດ 1 ຄົນ ຊື່ນາງ ພູມມະລີ ອາຍຸ 70 ປີ ຖືກຄາດຕະກຳ ດ້ວຍວັດຖຸຂອງແຂງກະທົບໃສ່ບໍລິ ເວນຫົວຫລາຍຈຸດ.
ເຈົ້າໜ້າທີ່ວິຊາສະເພາະ ໄດ້ເກັບກຳຂໍ້ມູນຫລັກຖານເພື່ອຊອກ ຫາຜູ້ກະທຳຜິດ ແລະ ສາມາດກັກຕົວ ທ້າວ ອ່ອນຈັນ ໄຊຍະສິດ (ອ່ອນຄໍາ) ອາຍຸ 15 ປີ ຢູ່ ບ້ານຈໍາປີ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 9 ຕຸລາ ແລ້ວຕົວຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນ.
ຜ່ານການສອບສວນທ້າວ ອ່ອນຈັນ ໄຊຍະສິດ ຮັບສາລະ ພາບວ່າ: ມື້ເກີດເຫດ ຂະນະທີ່ຕົນໄດ້ຍ່າງອອກໄປເບິ່ງງົວຢູ່ນາ ຕາມເສັ້ນທາງໄດ້ສັງເກດເຫັນນາງ ພູມມະລີ ຍ່າງຢູ່ເຮືອນຄົວຊັ້ນລຸ່ມຄົນດຽວ ຈຶ່ງເກີດມີຄວາມຄິດຢາກໄດ້ເງິນເພື່ອໄປໃຊ້ຈ່າຍ ແລະ ຊື້ບັດເຕີມເງິນເພື່ອຫລິ້ນເກມ ຈຶ່ງຍ່າງເຂົ້າໄປຈັບເອົາໄມ້ຄ້ອນ ຍາວປະມານ 30 ຊັງຕີແມັດ ເຂົ້າໄປຫາ ນາງ ພູມມະລີ ທີ່ພວມຍ່າງເຂົ້າໄປໃນຫ້ອງນໍ້າ ແລ້ວໃຊ້ໄມ້ຄອນຕີໃສ່ບໍລິເວນຫົວຫລາຍບາດເຮັດໃຫ້ຜູ້ກ່ຽວໝົດສະຕິລົ້ມລົງພື້ນຫ້ອງນໍ້າ ແລ້ວຊອກຄົ້ນຕົນໂຕພົບເຫັນເງິນກີບຢູ່ໃນຖົງເສື້ອ ຈໍານວນ 420,000 ກີບ ແຕ່ເຫັນວ່ານາງ ພູມມະລີ ຍັງບໍ່ທັນຕາຍຈຶ່ງເອົາເຊືອກຫົວສົ້ງມາຮັດຄໍ ປະມານ 10 ວິນາທີ ຈຶ່ງເສຍຊີວິດ ຂະນະດຽວກັນກໍໄດ້ປົດເອົາ ສາຍຄໍຄ້າຍຄືຄໍາຢູ່ຄໍຂອງຜູ້ຕາຍຕື່ມອີກ. ພາຍຫລັງໄດ້ຊັບ ສິນແລ້ວກໍ່ເອົາເຊືອກ ແລະ ເອົາໄມ້ຄ້ອນໄປ ແກ່ວງຖິ້ມລົງ ນໍ້າເຊ ໂດນ ແລ້ວກຍ່າງກັບມາເຮືອນເອົາເງິນໄປເຊື່ອງໃວ້ຢູ່ຕູ້ເສື້ອຜ້າຫ້ອງນອນ ແລະ ສາຍຄໍຄໍາໄປເຊື່ອງໄວ້ຢູ່ເດີ່ນບ້ານເຄິ່ງຫົວບ່ອນນອນ. ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.