ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂະບວນການຢອດຢາ ແລະ ໃຫ້ວັກຊີນກັນພະຍາດ ຈະດຳເນີນການໃນຂອບເຂດທົ່ວປະເທດ

Mar 4, 2026

ໃນວັນທີ 3 ມີນາ 2026 ໂຮງໝໍໄຊເສດຖາທິລາດ ໄດ້ເປີດຂະບວນການໃຫ້ວັກຊິນກັນພະຍາດແຫ່ງຊາດ ສຳລັບວັກຊິນກັນພະຍາດໂປລິໂອໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ບີລາ ດູລານີ ຜູ້ຕາງໜ້າອົງການ Unicef (ຢູນິເຊບ) ປະຈຳ ສປປ ລາວ ແລະ ບັນດາແຂກທີ່ຖືກເຊີນ ຕາງໜ້າບັນດາກະຊວງ, ກົມກອງ ເຂົ້າຮ່ວມ.
May be an image of dais and text that says 'อัภลึมภับพะยา าดแข มรับพะยาดแขง แขๆ ១៣ โปลิโฮ J สปป ล จับ, อับทิ 3 ရ 2026 of the Poli on A ntary' May be an image of dais and text that says 'ะยาด โปลิโอ ใบ สป องจับ, อัมหิ มิบา 202 ony of the P Pa zation e Capit plementa 26' May be an image of dais and text that says 'ภอุมภมพะยา รมพะยาดแข แขว ၈ โปลิโล ใบ สปป ล จับ, อับทิ่ ,ัทิ3 3.၂ရ ១ 3 2026 f the Polig 1 A unicef @ entary'
ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: ຂະບວນການຢອດຢາ ແລະ ໃຫ້ວັກຊິນກັນພະຍາດ ຈະດຳເນີນການໃນຂອບເຂດທົ່ວປະເທດໃນລະຫວ່າງວັນທີ 3-12 ມີນາ 2026 ໂດຍມຸ່ງໝາຍໃຫ້ສຳເລັດຄອບຄຸມທົ່ວປະເທດ. ເປົ້າໝາຍຫຼັກ ແມ່ນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ທີ່ເຂົ້າໂຮງຮຽນ ແລະ ບໍ່ໄດ້ເຂົ້າໂຮງຮຽນ ໃນທົ່ວ ສປປ ລາວ. ໃນປີ 2025 ປະເທດລາວໄດ້ມີການລາຍງານພົບເຊື້ອພະຍາດໂປລີໂອ ແລະ ພະຍາດໝາກແດງ ຊຶ່ງໄດ້ຮັບການຢັ້ງຢືນຈາກຫ້ອງວິເຄາະໃນປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວ. ການລະບາດໄດ້ເກີດຂຶ້ນໃນຫຼາຍແຂວງ ແລະ ຫຼາຍເມືອງ ໂດຍສະເພາະເຂດຊາຍແດນ ແລະ ບ້ານທີ່ມີອັດຕາການຄຸ້ມຄອງວັກຊິນຕໍ່າ. ຈຳນວນເດັກທີ່ພາດໂອກາດການຮັບວັກຊິນ ໄດ້ສະສົມເພີ່ມຂຶ້ນໃນແຕ່ລະປີ ທັງໃນເຂດຕົວເມືອງ ເຂດປະຊາກອນໜ້ອຍ ແລະ ເຂດເຂົ້າເຖິງຍາກ, ສ້າງຄວາມທ້າທາຍຕໍ່ວຽກງານສາທາລະນະສຸກຢ່າງຫຼວງຫຼາຍ. ເພື່ອຍົກລະດັບອັດຕາການໃຫ້ວັກຊິນ ແລະ ຫຼຸດຜ່ອນຈຳນວນເດັກທີ່ພາດໂອກາດ ກະຊວງສາທາລະນະສຸກ ຮ່ວມກັບສູນສຸຂະພາບແມ່ ແລະ ເດັກ ຄູ່ຮ່ວມພັດທະນາ ຈຶ່ງໄດ້ຈັດຕັ້ງຂະບວນການຢອດວັກຊິນກັນພະຍາດໂປລີໂອ ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 5 ປີ ໃນທົ່ວປະເທດ.
May be an image of text May be an image of one or more people, hospital and text
ຂະບວນການໃນຄັ້ງນີ້ ມີເປົ້າໝາຍຮັບປະກັນວ່າ ເດັກນ້ອຍໃນກຸ່ມເປົ້າໝາຍທຸກຄົນ ທັງໃນຕົວເມືອງ ແລະ ຊົນນະບົດ ຈະໄດ້ຮັບວັກຊິນຢ່າງທົ່ວເຖິງ ນີ້ແມ່ນອີກກ້າວສຳຄັນ ໃນການຄຸ້ມຄອງສຸຂະພາບເດັກນ້ອຍ ແລະ ສ້າງພື້ນຖານອັນໝັ້ນຄົງ ໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ.
May be an image of one or more people and text May be an image of one or more people, hospital, dais and text
ໂດຍ: ສີສະຫວັດ