ຂະບວນຊາວໜຸ່ມຕະລຸມບອນເກັບຂີ້ເຫຍື້ອຕາມນ້ຳຊອງ ແລະ ເທດສະບານເມືອງວັງວຽງ

ວັນທີ 13 ກຸມພາ 2025 ນີ້, ທີ່ເດີ່ນສະມາຄົມເຮືອຈັກຫາງຍາວ ຂອງເມືອງວັງວຽງ ໄດ້ມີພິທີສ້າງຂະບວນການອະນາໄມນ້ຳຊອງຂຶ້ນ ເພື່ອເປັນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງຕັ້ງກຳມະບານລາວ ຄົບຮອບ 69 ປີ ວັນແມ່ຍິງສາກົນ ຄົບຮອບ 115 ປີ ແລະ ວັນສ້າງຕັ້ງອົງການກາແດງລາວ 70 ປີ, ເວົ້າລວມເວົ້າສະເພາະເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງວັງວຽງ ແຂວງວຽງຈັນ ທີ່ຈະໄຂຂຶ້ນໃນທ້າຍເດືອນກຸມພານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວັງວຽງ.
ການອະນາໄມຄັ້ງນີ້ ແມ່ນຊາວໜຸ່ມເມືອງວັງວຽງ, ສະມາຄົມນັກທຸລະກິດໜຸ່ມເມືອງ ແລະ ກຸ່ມເຮືອຈັກຫາງຍາວນຳທ່ຽວເປັນເຈົ້າພາບໃນການພົວພັນປະສານສົມທົບກັບບັນດາຫ້ອງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວັດລ້ອມເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໃນການຈັດຕັ້ງປະຕິບັດສ້າງຂະບວນການເຮັດອານາໄມລຽບຕາມແຄມນ້ຳຊອງ ແລະ ເພື່ອເປັນການ ເກັບ ມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເປັນຕົ້ນແມ່ນ ບັນດາເສດກະ ປ໋ອງ, ແກ້ວ, ຖົງຢາງປະລາສະຕິກ, ກິ່ງໄມ້ ແລະ ອື່ນໆ ທີ່ຢູ່ລຽບ ຕາມ 2 ຝາກຝັ່ງຂອງນ້ຳຊອງ.
ໂດຍໄດ້ມີການແບ່ງເປັນຈຸດອານາໄມ ເພື່ອເຮັດໃຫ້ຂອບເຂດບໍລິເວນສາຍນ້ຳຊອງມີຄວາມສະອາດງາມຕາ, ມີຄວາມເປັນລະ ບຽບຮຽບຮ້ອຍ, ພ້ອມນັ້ນກໍ່ເປັນການປຸກຈິດສຳນຶກໃຫ້ແກ່ຊາວ ເມືອງ ຈົ່ງພ້ອມໃຈກັນອະນຸລັກປົກປັກຮັກສາສາຍນ້ຳຊອງ ດ້ວຍການບໍ່ຖິ້ມສິ່ງເສດເຫຼືອຊະຊາຍລົງໃສ່ນ້ຳຊອງ, ບໍ່ປ່ອຍນ້ຳເສຍລົງສູ່ຫ້ວຍຮ່ອງໂດຍບໍ່ໄດ້ຮັບການບໍາບັດ, ບໍ່ຕັດໄມ້ລຽບຕາມບໍລິເວນນ້ຳຊອງ ແລະ ປ່າຍອດນ້ຳ ເພື່ອເຮັດໃຫ້ນ້ຳຊອງຢູ່ຄູ່ກັບຊາວເມືອງວັງວຽງ ຕະຫຼອດໄປ ໃຫ້ສົມກັບຄຳຂວັນຂອງເມືອງທີ່ວ່າ “ ວັງວຽງ ມີສາຍນ້ຳໄຫຼ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນ້ຳໃຈຊາວເມືອງປະເສີດ“ ແລະໃຫ້ສອດຄ່ອງກັບຄຳຂວັນ 4 ສໍ ຂອງເມືອງວາງອອກ ຄື: ( ສໍ ສະຫງົບ, ສໍ ສີຂຽວ, ສໍ ສະອາດ ແລະ ສໍ ສະເໜ່ ).
Cr: ຂ່າວແຂວງວຽງຈັນ






