ຂະບວນແຫ່ ແລະ ແລ່ນທວນໄຟງານມະຫາກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ຈັດຂຶ້ນໃນວັນທີ 28 ຕຸລາ 2025 ຈາກໂຮງໝໍມະໂຫສົດ (4 ແຍກໄຟແດງ) ຫໍຫຼັກເມືອງ, ເມືອງສີສັດຕະນາກ ຊຶ່ງເປັນເມືອງທີ 5 ນຳພາໂດຍທ່ານ ພູວົງ ກິດຕະວົງ, ຮອງລັດຖະມົນຕີ ກະຊວງການເງິນ, ຄະນະຮັບຜິດຊອບລະດັບຊາດຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII, ນຳພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ1 (ໄລຍະ 200 ແມັດ), ແລ້ວມອບທວນໄຟສົ່ງຕໍ່ໃຫ້ ທ່ານ ພຸດພັນ ແກ້ວວົງໄຊ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ ເພື່ອນຳພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 2 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ແຫວນເພັດ ລັດດາວົງ, ກຳມະການປະຈຳພັກແຂວງສາລະວັນ ເພື່ອນຳພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 ສົ່ງຕໍ່ໃຫ້ ທ່ານ ທິນນະກອນ ທອງຄຳ, ປະທານຄະນະກຳມະການປົກຄອງເມືອງສີສັດຕະນາກ ແລ້ວສົ່ງຕໍ່ໃຫ້ຄະນະຮັບຜິດຊອບຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII.

ທ່ານ ພູວົງ ກິດຕະວົງ, ຮອງລັດຖະມົນຕີ ກະຊວງການເງິນ ມີຕຳເຫັນວ່າ: ການແຫ່ ແລະ ແລ່ນຫວນໄຟຄັ້ງທີ 4 ແມ່ນສືບຕໍ່ຈາກເມືອງຈັນທະບູລີເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ, ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄືບັນດາແຂວງໄດ້ຮັບຊາບ ພ້ອມທັງເຂົ້າຮ່ວມເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ. ການແຫ່-ແລ່ນທວນໄຟ ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີມິດຕະພາບທີ່ເປັນປຶກແຜ່ນ, ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍາ, ຄູຝຶກແລະ ນັກກິລາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນພັດທະນາວຽກງານກິລາກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫຼັກມູນການສຶກສາ ແລະ ສ້າງໄດ້ນັກກິລາຜູ້ດີເດັ່ນໃນວົງການກິລາລາວ, ກໍຄືການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫຼາຍຮູບ ຫຼາຍສີສັນ, ສ້າງເງື່ອນໄຂຍົກລະດັບຄວາມສາມາດຂອງນັກກິລາໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ ດັ່ງຄໍາຂວັນຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ວ່າ: ສາມັກຄີ ມີວິໄນ ໂປ່ງໃສ ໃນການພັດທະນາ.

ສຳຫຼັບງານມະຫາກຳກິລາແຫ່ງຊາດຄັ້ງທີ XII ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າພາບ.

ພາບ-ຂ່າວໂດຍ : ພ.ບົວທອງ


