ອີງຕາມຂໍ້ມູນຈາກກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ ເຈົ້າໜ້າທີ່ການຄ້າໃນຂອບເຂດທົ່ວປະເທດ ໄດ້ເຄື່ອນໄຫວ ຕິດຕາມ, ກວດກາ ຕາມຮ້ານຄ້າ, ມິນິມາກ, ຊຸບເປີ້ມາເກັດ, ສາງເກັບມ້ຽນສິນຄ້າ ແລະ ໂຮງງານຜະລິດຢາສູບບາງແຫ່ງ ສາມາດ ຢຶດ ແລະ ອາຍັດ ສິນຄ້າປະເພດຢາສູບໄດ້ ຈຳນວນ 1,441,253 ຊອງ ແລະ ຢາສູບໄຟຟ້າ ຈໍານວນ 60,112 ອັນ ພ້ອມທັງໄດ້ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຕໍ່ເຈົ້າຂອງສິນຄ້າ ແລະ ໄດ້ທຳລາຍສິນຄ້າຖິ້ມ.
ຢາສູບຈໍານວນດັ່ງກ່າວ ເປັນຢາສູບທີ່ຜະລິດປອມແປງລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າຂອງບໍລິສັດອື່ນ, ຢາສູບທີ່ມີການລັກລອບນຳເຂົ້າມາຈາກຕ່າງປະເທດເພື່ອຈຳໜ່າຍພາຍໃນ, ບໍ່ຕິດສະຫຼາກຄຳເຕືອນສຸຂະ ພາບໃສ່ຊອງຢາສູບຕາມທີ່ກະຊວງສາທາລະນະສຸກກຳນົດໄວ້, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ຢາສູບໄຟຟ້າ (ເຊິ່ງເປັນສິນຄ້າເກືອດຫ້າມ).
ຕໍ່ສະພາບການດັ່ງກ່າວ, ເຈົ້າໜ້າທີ່ການຄ້າ ຈະໄດ້ສືບຕໍ່ລົງຕິດຕາມ ກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີ້ມາເກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະກອບການອື່ນໆ… ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ, ຜະລິດ ສິນຄ້າປະເພດຢາສູບທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຈະຖືກຍຶດ, ອາຍັດ, ປັບໃໝ ແລະ ທຳລາຍຖິ້ມ, ພ້ອມທັງດຳເນີນມາດຕະການຕາມກົດ ໝາຍຕໍ່ກັບເຈົ້າຂອງຮ້ານຄ້າ ຫຼື ເຈົ້າຂອງສິນຄ້າດັ່ງກ່າວ.
ທີ່ມາ: ກົມແຂ່ງຂັນທາງທຸລະກິດແລະກວດກາການຄ້າ






