ຫນຶ່ງໃນຫລາຍບັນຫາທີ່ ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເນັ້ນຫນັກໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມເປີດກວ້າງ ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2024 ທີ່ນະຄອນຫລວງວຽງຈັນ ແມ່ນການປັບປຸງໂຄງສ້າງການຜະລິດສິນຄ້າ.
ທ່ານເນັ້ນຫນັກວ່າ: ຕ້ອງເບິ່ງຄືນການກໍານົດຍຸດທະສາດພັດທະນາຂອງບັນດາຂະແໜງການຜະລິດ ແລະ ການບໍລິການ ດ້ວຍການສົມທົບແໜ້ນ ລະຫວ່າງ ການສົ່ງເສີມ, ພັດທະນາ ແລະ ຂະຫຍາຍທຸກທ່າແຮງບົ່ມຊ້ອນ ກັບການສ້າງຖານການຜະລິດ ແລະ ຜະລິດສິນຄ້າ ທີ່ເປັນປາຍແຫຼມ ແລະ ມີຄວາມຍືນຍົງ, ເປັນຕົ້ນ: ສຸມໃສ່ຍົກລະດັບຂົງເຂດກະສິກໍາໃຫ້ທັນສະໄໝ, ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ທີ່ເປັນມິດກັບສິ່ງແວດ ລ້ອມ ເຂົ້າໃນການຜະລິດກະສິກໍາ ໃຫ້ສອດຄ່ອງກັບສະພາບດິນຟ້າອາກາດຢູ່ແຕ່ລະບ່ອນ ແນໃສ່ສ້າງ ແລະ ຕອບສະໜອງແຫຼ່ງວັດຖຸດິບ ທີ່ມີຄຸນນະພາບ ແລະ ພຽງພໍ ຮັບໃຊ້ການປຸງແຕ່ງ ກໍ່ຄື ສ້າງໃຫ້ມີຜະລິດຕະພັນກະສິກໍາສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກ, ຮັບໃຊ້ການທ່ອງທ່ຽວ ແລະ ການບໍລິໂພກພາຍໃນ. ປັບປຸງການບໍລິການໂລຈິສ໌ຕິກ, ຈຸດຄ່ຽນຖ່າຍ, ຄວາມສາມາດໃນການບໍລິການຂົນສົ່ງສິນຄ້າ, ໂດຍສານ ຜ່ານແລວເສດ ຖະກິດຕ່າງໆ ໂດຍສະເພາະແລວເສດຖະກິດ ລາວ-ຈີນ, ຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ ກໍ່ຄືການເຊື່ອມຕໍ່ ແລະ ເຂົ້າເຖິງຈຸດບໍລິການ ຂອງແລວທາງລົດໄຟ ລາວ-ຈີນ ເພື່ອປະຕິບັດຍຸດທະສາດເຊື່ອມຈອດດ້ານເສດຖະກິດໃຫ້ແຂງແຮງ ແລະ ມີລັກສະນະບຸກທະລຸສູງ.
ປັບປຸງການພັດທະນາ, ປະຕິຮູບເສດຖະກິດ ໂດຍຫັນເປັນຫຼາຍຮູບຫຼາຍແບບ ບັນດາຂະແໜງການຜະລິດ ແລະ ປຸງແຕ່ງ, ເບິ່ງຄືນການພັດທະນາເຂດແຄວ້ນ ເພື່ອກະຈາຍຄວາມໄດ້ປຽບດ້ານທີ່ຕັ້ງ, ທ່າແຮງ ຂອງແຕ່ລະທ້ອງຖິ່ນ, ເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາ ຂອງປະເທດ; ຊຸກຍູ້, ສົ່ງເສີມ ແລະ ເສີມຂະຫຍາຍກໍາລັງແຮງ ຂອງບັນດາພາກສ່ວນເສດຖະກິດ, ປະຕິຮູບລັດວິສາຫະກິດໃຫ້ເຂັ້ມແຂງ, ເປັນກົນໄກ-ເຄື່ອງມືສໍາຄັນ ໃຫ້ແກ່ການດໍາເນີນການຜະລິດ-ທຸລະກິດ ແລະ ສາມາດກາຍເປັນເຈົ້າພາທາງ ໃນລະບົບເສດຖະກິດແຫ່ງຊາດ.
ແກ້ໄຂບັນຫາຢ່າງເປັນລະບົບ ກ່ຽວກັບນະໂຍບາຍ, ມາດຕະຖານເສັ້ນທາງ, ການຄົມມະນາຄົມ ເພື່ອຮັບປະກັນໃຫ້ແກ່ການຈໍລະຈອນ, ຂົນສົ່ງສິນຄ້າໃນຂອບເຂດທົ່ວປະເທດ. ຄຸ້ມຄອງ ແລະ ສ້າງເງື່ອນໄຂໃຫ້ແກ່ການຫຼຸດຜ່ອນຕົ້ນທຶນ, ຍົກສູງສະມັດຕະພາບການຜະລິດ ແລະ ສິນຄ້າໃຫ້ໄດ້ມາດຕະຖານ, ສ້າງຍີ່ຫໍ້ສິນຄ້າໃຫ້ຫຼາກຫຼາຍ ໂດຍເສີມຂະຫຍາຍທ່າແຮງຂອງຊາດ, ຂອງທ້ອງຖິ່ນ, ໂຄສະນາ, ສ້າງຄ່ານິຍົມ ແລະ ຊຸກຍູ້ ການຊົມໃຊ້ສິນຄ້າພາຍໃນໃຫ້ແຂງແຮງ.
ຄຸ້ມຄອງລາຄາສິນຄ້າທີ່ກະທົບໄວ (ນໍ້າມັນເຊື້ອໄຟ, ສະບຽງ ອາຫານ) ໂດຍດຸ່ນດ່ຽງຈາກເຂດເຫຼືອໄປສູ່ເຂດທີ່ມີຄວາມຫຍຸ້ງຍາກ, ຂາດເຂີນ-ບໍ່ພຽງພໍ; ພ້ອມນັ້ນ ກໍ່ຮີບຮ້ອນສ້າງຍຸດທະສາດກວມລວມ ແລະ ກໍານົດມາດຕະການສະເພາະ ຕໍ່ສິນຄ້າຍຸດທະສາດ ເຊັ່ນ: ເຂົ້າກິນ, ນໍ້າມັນເຊື້ອໄຟ, ໄຟຟ້າ, ເງິນຕາ, ວັດຖຸມີຄ່າ… ເພື່ອຄໍ້າປະກັນຄວາມໝັ້ນຄົງ ຂອງຊາດ.
ດັດສົມ, ຄຸ້ມຄອງ ແລະ ມີຄວາມເຂັ້ມງວດ ຕໍ່ວິສາຫະກິດນໍາເຂົ້າ-ສົ່ງອອກ, ອັດຊ່ອງຫວ່າງການຫຼົບຫຼີກພາສີ-ອາກອນ, ການຊໍາລະສະສາງໃນລະບົບທະນາຄານ, ດຸ່ນດ່ຽງການນຳເຂົ້າ, ຜະລິດຕະພັນທີ່ສາມາດຜະລິດພາຍໃນແລ້ວ ເດັດຂາດສະກັດກັ້ນການນຳເຂົ້າ, ວັດຖຸອັນຕະລາຍຕໍ່ຊີວິດ-ສຸຂະພາບ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ຮ້າຍແຮງໃຫ້ໄດ້.
ຄົ້ນຄວ້າ, ກໍານົດອອກນະໂຍບາຍພິເສດ ຕໍ່ພືດ-ສັດ ແລະ ການສົ່ງເສີມການຜະລິດຕໍ່ສິນຄ້າດັ່ງກ່າວ ຢູ່ເຂດເສດຖະກິດ, ເຂດຊົນນະບົດ-ຫ່າງໄກສອກຫຼີກ ເພື່ອດຶງດູດການລົງທຶນ ແລະ ສ້າງໃຫ້ມີສິນຄ້າປາຍແຫຼມ. ເພີ່ມທະວີການສະໜອງ-ຊ່ວຍເຫຼືອດ້ານເຕັກນິກ-ວິຊາການໃຫ້ປະຊາຊົນ ແລະ ຜູ້ປະກອບການ ເພື່ອຍົກສະມັດຕະພາບ ແລະ ຄຸນນະພາບຜະລິດຕະຜົນກະສິກໍາ-ປ່າໄມ້ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ສາມາດແຂ່ງ ຂັນໄດ້.



