ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂະແໜງ ຍທຂ ທົ່ວປະເທດ ໄດ້ຮັບອຸປະກອນໂຄສະນາປູກຈິດສານຶກກ່ຽວກັບຄວາມປອດໄພທາງຫຼວງ

Feb 5, 2025

ຂະແໜງ ຍທຂ ທົ່ວປະເທດ ໄດ້ຮັບອຸປະກອນໂຄສະນາປູກຈິດສານຶກກ່ຽວກັບຄວາມປອດໄພທາງຫຼວງ
ວັນທີ 4 ກຸມພາ 2025 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບ-ຮັບອຸປະກອນ ໂຄສະນາປູກຈິດສານຶກກ່ຽວກັບຄວາມປອດໄພທາງຫຼວງ ພາຍໃຕ້ທຶນກອງທຶນທາງບ້ວງຄວາມປອດໄພທາງຫຼວງ ປີ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ, ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ, ກະຊວງ ຍທຂ.
ໃນພິທີ, ຕາງໜ້າຂະແໜງການທີ່ກ່ຽວຂ້ອງໄດ້ຂຶ້ນລາຍງານ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ປີ 2018 ພາຍໃຕ້ໂຄງການຂະແໜງຂົວທາງ ໄລຍະ 2 LRSP2 ແລະ ໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກອງເລຂາຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ກໍຄື ກົມຂົນສົ່ງ ໄດ້ສະໜອງອຸປະກອນໂຄສະນາໃຫ້ຂະແໜງຂົນສົ່ງ, ພະແນກ ໂຍທາທິການ ແລະ ຂົນສົ່ງ ຈໍານວນ 18 ແຂວງ ແລະ ຫ້ອງ ການໂຍທາທິການ ແລະ ຂົນສົ່ງ 148 ເມືອງ ປະກອບມີ: ຕູ້ລຳໂພງ, ຄອມພິວເຕີໂນດບຸກ, ເຄື່ອງສາຍຈໍໂປຣເຈັກເຕີ ແລະ ຈໍ, ມາເຖິງປັດຈຸບັນນີ້ ອຸປະກອນດັ່ງກ່າວຊຸດໂຊມ, ຫຼາຍແຂວງໃຊ້ການບໍ່ໄດ້ ເຮັດໃຫ້ເວລາລົງເຮັດວຽກງານໂຄສະນາກ່ຽວກັບຄວາມປອດໄພທາງຫຼວງມີຄວາມຫຍຸ້ງຍາກ.
ສະນັ້ນ, ໃນປີ 2024, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄດ້ຄົ້ນຄວ້າຂຶ້ນແຜນຈັດຊື້ອຸປະກອນ ແລະ ຮອດປັດຈຸບັນກໍສໍາເລັດ. ສໍາລັບອຸປະກອນທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 18 ຊຸດ, ແຕ່ລະຊຸດປະກອບມີ: ຄອມພິວເຕີໂນດບຸກ 1 ເຄື່ອງ, LCD 1 ເຄື່ອງ, ຜ້າຈໍສາຍສະໄລ 1 ຊຸດ ແລະ ຕູ້ລຳໂພງ 1 ໜ່ວຍ, ມອບໃຫ້ຂະແໜງຂົນສົ່ງທັງໝົດ 18 ແຂວງ, ແຂວງລະ 1 ຊຸດ ເພື່ອນໍາໃຊ້ ເຂົ້າໃນການເຮັດກິດຈະກຳໂຄສະນາປຸກລະດົມສະຕິ ແລະ ປູກຈິດສຳນຶກກ່ຽວກັບຄວາມປອດໄພໃນການໃຊ້ລົດໃຊ້ທາງຫຼວງ ແນໃສ່ຫຼຸດຜ່ອນການເກີດອຸບປະຕິເຫດລົງເທື່ອລະກ້າວ.
ໃຫ້ກຽດມອບອຸປະກອບນຄັ້ງນີ້ ແມ່ນທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍແມ່ນຕາງໜ້າຈາກ ຂະແໜງ ຍທຂ ທົ່ວປະເທດເປັນຜູ້ຮັບ.
Cr: ພັກສະຫວັນ