ຂາຍສິນຄ້າລາຄາຕົ້ນທຶນຂອງຜູ້ຜະລິດຢູ່ແຂວງຈໍາປາສັກ

ວັນທີ 27 ກັນຍາ 2024, ພະແນກອຸດສາຫະກຳ ແລະ ການຄ້າແຂວງຈໍາປາສັກ ໄດ້ຈັດກິດຈະກຳຂາຍສິນຄ້າລາຄາຕົ້ນທຶນຂອງຜູ້ຜະລິດ ເຊິ່ງປະກອບມີ ເຂົ້າສານຈ້າວ, ເຂົ້າສານໜຽວ, ຊີ້ນໝູ, ໄຂ່ໄກ່, ພືດຜັກ, ອາຫານ ແລະ ເຄື່ອງບໍລິໂພກຕ່າງໆ.
ກິດຈະກໍາຄັ້ງນີ້ ຈັດຂຶ້ນຢູ່ບໍລິເວນເດີ່ນຂະແໜງຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກ ບ້ານປາກເຊ ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງຄະນະພັກ - ຄະນະພະແນກອຸດສາ ຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍການນໍາຂະແໜງການທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບຈັດກດິດຈະກໍາ ຕະຫຼອດຮອດພະນັກງານ, ຜູ້ປະກອບການ, ຊາວກະສິກໍາ ແລະ ພໍ່ແມ່ປະຊາຊົນພາຍໃນນະຄອນປາກເຊ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກິດຈະກຳຂາຍສິນຄ້າລາຄາຕົ້ນທຶນຂອງຜູ້ຜະລິດ ຢູ່ແຂວງຈໍາປາສັກ ຄັ້ງນີ້ ເປັນຄັ້ງ 2, ຄັ້ງທີ 1 ຈັດຂຶ້ນໃນວັນທີ 3 ກັນຍາ 2024 ທີ່ຜ່ານມາ ເຫັນວ່າໄດ້ຮັບຄວາມສົນໃຈຈາກສັງຄົມ, ຍ້ອນແນວນັ້ນ ຈິ່ງໄດ້ຈັດກິດຈະກໍານີ້ຂຶ້ນອີກ ໂດຍໄດ້ຮັບການຮ່ວມມືຈາກນັກທຸລະກິດ, ຜູ້ປະກອບການ, ເຈົ້າຂອງສີນຄ້າ ແລະ ພາກ ສ່ວນທີ່ກ່ຽວຂ້ອງ.




